Homeຂ່າວຕ່າງປະເທດປະຊາກອນຈີນຫຼຸດລົງເປັນຄັ້ງທຳອິດໃນຮອບ 6 ທົດສະຫວັດ

ປະຊາກອນຈີນຫຼຸດລົງເປັນຄັ້ງທຳອິດໃນຮອບ 6 ທົດສະຫວັດ

Published on

ຈີນມີປະຊາກອນປະມານ 1.411 ຄົນ ເປັນສະຖິຕິທີ່ຫຼຸດລົງເປັນຄັ້ງທຳອິດໃນຮອບ 60 ປີ ແລະ ມີການວິເຄາະວ່າອາດສົ່ງຜົນຕໍ່ເສດຖະກິດຂອງປະເທດໃນອະນາຄົດ.

ໃນວັນທີ 17 ມັງກອນ 2023 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານຈາກກຸງປັກກິ່ງ ປະເທດຈີນວ່າ: ສຳນັກງານສະຖິຕິແຫ່ງຊາດຈີນ ລາຍງານສະຖິຕິປະຊາກອນໃນປະເທດຢູ່ປະມານ 1.411,75 ຄົນ ໃນທ້າຍປີ 2022, ຂະນະທີ່ສະຖິຕິໃນປີກາຍນີ້ມີ 1.412,60 ຄົນ ການຫຼຸດລົງຂອງປະຊາກອນຄືວ່າເປັນຄັ້ງທຳອິດນັບຕັ້ງແຕ່ປີ 1961.

ດ້ານອັດຕາການເກີດຂອງປະຊາກອນຈີນໃນປີກາຍນີ້ ຖືວ່າຕ່ຳສຸດໃນປະຫວັດສາດ ແລະ ມີອັດຕາການເສຍຊີວິດຂອງປະຊາກອນສູງທີ່ສຸດນັບຕັ້ງແຕ່ປີ 1976.

ຜູ້ວິເຄາະທິດທາງປະຊາກອນສາດຂອງຈີນໃນປັດຈຸບັນ ລາຍງານວ່າ: ຜົນມາຈາກການບັງຄັບໃຊ້ນະໂຍບາຍ “ລູກຄົນດຽວ” ຢ່າງຕໍ່ເນື່ອງມາດົນ ຕັ້ງແຕ່ປີ 1980-2015 ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສູງຕາມສະຖານະການເສດຖະກິດ ແລະ ການທີ່ປະຊາກອນຮຸ້ນໃໝ່ທີ່ໄດ້ຮັບການສຶກສາທີ່ສູງຂຶ້ນ ສົ່ງຜົນໃຫ້ຄົນຈີນຍຸກຫຼັງໆມານີ້ ບໍ່ຕ້ອງການມີລູກຫຼາຍກວ່າ 1 ຄົນ ຫຼື ເລືອກທີ່ຈະບໍ່ມີລູກເລີຍ ເຖິງວ່າລັດຖະບານຈະອອກນະໂຍບາຍເພື່ອຈູງໃຈມາຫຼາຍຄັ້ງແລ້ວ ທັງການຫຼຸດພາສີ ການຊ່ວຍຈ່າຍຄ່າພັກອາໄສ ແລະ ການເພີ່ມມື້ພັກເກີດລູກ ອີກດ້ວຍ.

ທັ້ງນີ້ ສະຫະປະຊາຊາດ ລາຍງານຈຳນວນປະຊາກອນໂລກຫຼາຍເຖິງ 8.000 ລ້ານຄົນ ໃນວັນທີ 15 ພະຈິກ 2022 ແລະ ຈຳນວນປະຊາກອນອິນເດຍໃກ້ຈະແຊງຈີນ ເພື່ອເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກພາຍໃນປະ 2023 ເນື່ອງຈາກຈີນກຳລັງປະເຊີນກັບວິກິດອັດຕາການເກີດຕ່ຳ ແລະ ພາວະສັງຄົມຜູ້ສູງອາຍຸ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...