Homeຂ່າວພາຍ​ໃນດ່ານສາກົນຂົວມິດຕະພາບແຫ່ງທີ 3 ປະຕິບັດລາຍຮັບໄດ້ລື່ນແຜນການ

ດ່ານສາກົນຂົວມິດຕະພາບແຫ່ງທີ 3 ປະຕິບັດລາຍຮັບໄດ້ລື່ນແຜນການ

Published on

ຕາມການລາຍງານຈາກ ທ່ານ ສີສະຫວັນ ໂຄດຕະວົງ ຮອງຫົວໜ້າຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ໃນກອງປະຊຸມ ສະຫຼຸບວຽກງານປະຈຳປີ 2022 ໃນວັນທີ 13 ມັງກອນ ຜ່ານມານີ້ວ່າ: ໃນປີ 2022 ດ່ານສາກົນ ຂົວມິດຕະພາບ 3 ໄດ້ຮັບຕົວເລກຄາດໝາຍໃນການຈັດເກັບລາຍຮັບຈໍານວນ 412.700 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ 422.323 ຕື້ກີບ ເທົ່າກັບ 102,33% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີກາຍນີ້ເພີ່ມຂຶ້ນ 153,24%, ເທົ່າກັບ 146.730 ຕື້ກີບ; ມູນຄ່ນສິນຄ້າທີ່ຖືກນຳເຂົ້າຍົກເວັ້ນພາສີ-ອາກອນ ໃນປີ 2022 ເທົ່າກັບ 63,3 ຕື້ກວ່າກີບ, ສິນຄ້າສ່ວນຫລາຍແມ່ນປະເພດເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ ແລະ ເຄື່ອງໄຟຟ້າ.

ທ່ານ ສີສະຫວັນ ໂຄດຕະວົງ ຍັງໃຫ້ຮູ້ອີກວ່າ: ໄລຍະ 1 ປີຜ່ານມາ, ຄະນະຄຸ້ມຄອງດ່ານ ໄດ້ມີຄວາມເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ມີຄວາມເປັນເຈົ້າການສູງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຜົນສຳເລັດໃນແຕ່ລະດ້ານ ເປັນຕົ້ນ ໃນ 2022 ຜ່ານມາ, ໄດ້ຕິດຕາມ ກວດກາ ຄຸ້ມຄອງຄົນເຂົ້າ-ອອກດ່ານ ທັງໝົດ 269.116 ຄົນ, ຍິງ 77.745 ຄົນ, ເດັກ 6.980 ຄົນ, ຄົນຕ່າງປະເທດ (ປະເທດທີ 3) ເຂົ້້າ-ອອກເມືອງທັງໝົດ 2.361 ຄົນ, ຍິງ 593, ເດັກ 72 ຄົນ. ນອກນັ້ນ, ການເຄື່ອນໄຫວດ້ານວຽກງານອື່ນໆ ຂອງຂະແໜງອ້ອມຂ້າງ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຖອດຖອນໄດ້ຕະຫລອດຮອດທິດທາງແຜນການເຄື່ອນໄຫວຂອງ ດ່ານສາກົນຂົວມິດຕະພາບ 3 ປະຈຳປີ 2023 ຕື່ມອີກ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...