Homeສຸຂະພາບ ແລະ ສີ່ງແວດລ້ອມ7 ອາການຂອງຄົນສ່ຽງເປັນໂຣກເບົາຫວານ ບໍ່ຕຸ້ຍກໍເປັນໄດ້

7 ອາການຂອງຄົນສ່ຽງເປັນໂຣກເບົາຫວານ ບໍ່ຕຸ້ຍກໍເປັນໄດ້

Published on

ປົກກະຕິແລ້ວ ຄົນເຮົາຍັງລຶ້ງວ່າ ຄົນທີ່ສ່ຽງຕໍ່ການເປັນເບົາຫວານ ແມ່ນຄົນທີ່ຕຸ້ຍ ມັກກິນຂອງຫວານຫຼາຍ ແຕ່ປັດຈຸບັນ ພົບຜູ້ປ່ວຍທີ່ເປັນເບົາຫວານທີ່ຈ່ອຍ ບາງຄົນເຖິງຂັ້ນຈ່ອຍຫຼາຍ ແຕ່ກໍເປັນເບົາຫວານໄດ້ ດ້ວຍປັດໄຈສ່ຽງຫຼາຍໆຢ່າງ ທັງພຶດຕິກຳການກິນຫວານ ກຳມະພັນ ແລະ ຄວາມຜິດປົກກະຕິຂອງຮ່າງກາຍ.

ດັ່ງນັ້ນຈຶ່ງມາບອກເຖິງຂໍ້ສັງເກດຂອງອາການເລີ່ມຕົ້ນຂອງຜູ້ທີ່ສ່ຽງເປັນເບົາຫວານ:

  1. ຍ່ຽວດຸກວ່າປົກກະຕິ ຫຼື ຮູ້ສຶກປວດຍ່ຽວໝົດມື້ ຖ້ານ້ຳຕານໃນເລືອດສູງ.
  2. ຫິວນ້ຳກວ່າປົກກະຕິ ຮູ້ສຶກວ່າດື່ມນ້ຳເທົ່າໃດກໍບໍ່ເຊົາຢາກນ້ຳ.
  3. ເບື່ອອາຫານ ນ້ຳໜັກຫຼຸດລົງແບບບໍ່ຮູ້ສາເຫດ.
  4. ອ່ອນເພຍ ເມື່ອຍງ່າຍ.
  5. ມີອາການຊາ ເປັນເໜັບ ຮູ້ສຶກຄືມີເຂັມແທງປາຍນິ້ວມື ນິ້ວຕີນ ເອີ້ນວ່າມີອາການ “ເສັ້ນປະສາດອັກເສບ” ແລະ ມີອາການນີ້ຫຼາຍຂຶ້ນເລື່ອຍໆ.
  6. ຕາມົວ ເລີ່ມເບິ່ງເຫັນບໍ່ແຈ້ງ.
  7. ຜິວໜັງແຫ້ງກວ່າປົກກະຕິ ເປັນບາດງ່າຍ ແລະ ບາດຕິດເຊື້ອໄດ້ງ່າຍ ບາດເຊົາຍາກ ຫຼື ນານເຊົາ.

ອາການທັງໝົດນີ້ ເປັນອາການທີ່ຮ່າງກາຍສະແດງອອກ ເມື່ອເຮົາມີລະດັບນ້ຳຕານທີ່ສູງຫຼາຍ.

ຄົນປົກກະຕິ ຄ່ານ້ຳຕານຈະຢູ່ປະມານ 100 ມິນລີກຣາມ/ເດຊີລິດ ຫຼັງກິນອາຫານຈະຕ່ຳກວ່າ 140 ມິນລີກຣາມ/ເດຊີລິດ.

ຄົນທີ່ມີຄວາມສ່ຽງເປັນໂຣກເບົາຫວານ ກ່ອນກິນອາຫານຄ່ານ້ຳຕານຈະຢູ່ປະມານ 100-125 ມິນລີກຣາມ/ເດຊີລິດ ຫຼັງກິນອາຫານ 140-199 ມິນລີກຣາມ/ເດຊີລິດ.

ຄົນທີ່ເປັນເບົາຫວານ ກ່ອນກິນອາຫານຄ່ານ້ຳຕານຈະຫຼາຍກວ່າ 126 ມິນລີກຣາມ/ເດຊີລິດ ຫຼັງກິນອາຫານຈະຫຼາຍກວ່າ 200 ມິນລີກຣາມ/ເດຊີລິດ.

ທັ້ງນີ້ ເພື່ອຄວາມໝັ້ນໃຈໃນຜົນກວດ ຄົນໄປພົບ ແລະ ປຶກສາແພດໝໍ ພ້ອມກັບອົດອາຫານກ່ອນກວດເລືອດ 6-8 ຊົ່ວໂມງ.

ຂໍ້ມູນຈາກ medicthai

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...