Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທະຫານຮາບ ທີ 5

ນາຍົກລັດຖະມົນຕີ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທະຫານຮາບ ທີ 5

Published on

ໃນວັນທີ 13 ມັງກອນ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 5 ເນື່ອງໃນໂອກາດ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023) ໂດຍການຕ້ອນຮັບຈາກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ, ມີການນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກອງພົນທະຫານຮາບທີ 5, ກອງບັນຊາການທະຫານແຂວງຈຳປາສັກ, ກໍາລັງ ປກສ, ກຳລັງຫລວງ-ກຳລັງທ້ອງຖິ່ນ ຕະຫລອດຮອດນາຍ ແລະ ພົນທະຫານ ຂອງກອງພົນທະຫານຮາບທີ 5 ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທະຫານຮາບທີ 5 ໄດ້ຂຶ້ນ ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງ ຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງກອງພົນທະຫານຮາບທີ 5 ມີພາລະບົດບາດ ເປັນກຳລັງ ຫລວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານ ຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດຂອງ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງ ກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຕັ້ງທັບ ແບບທາງ ກວ້າງ ແລະ ທາງເລິກ, ປະສານສົມທົບກັບກອງບັນຊາການທະຫານ 4 ແຂວງ ພາກໃຕ້ ປົກປັກຮັກສາຊາຍແດນ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຕີລາຄາສູງຕໍ່ ໝາກຜົນຂອງການປະຕິວັດ ແລະ ມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 74 ປີຜ່ານມາ ໂດຍສະເພາະ ຜົນສຳເລັດ ທີ່ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 5 ສາມາດຍາດມາໄດ້, ພ້ອມທັງ ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ສະພາບການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ໂດຍສະເພາະ ຄວາມພະຍາຍາມຂອງລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຜົນສຳເລັດ, ຂໍ້ສະ ດວກ-ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປັດຈຸບັນ.
ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...