spot_img
Homeຂ່າວພາຍ​ໃນລົດບັນທຸກຕົກເຫວທີ່ຫ້ວຍຊາຍ ເສຍຊີວິດ 2 ຄົນ

ລົດບັນທຸກຕົກເຫວທີ່ຫ້ວຍຊາຍ ເສຍຊີວິດ 2 ຄົນ

Published on

ເກີດເຫດລົດບັນທຸກສິນຄ້າ 22 ລໍ້ ເສຍລັກຕົກເຫວ ຢູ່ດອຍນໍ້ານາງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນວັນທີ 6 ມັງກອນ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກ່ອນເກີດເຫດ ລົດບັນທຸກຄັນດັ່ງກ່າວ ໄດ້ບັນທຸກສິນຄ້າເຕັມຄັນລົດ; ພໍມາຮອດຈຸດເກີດເຫດ ລົດໄດ້ເສຍຫຼັກຕົກລົງເຫວເຮັດໃຫ້ ທ້າວ ຄຳ ອາຍຸ 20 ປີ ຢູ່ບ້ານນໍ້າຄານ ແລະ ທ້າວ ລັດ ອາຍຸ 24 ປີ ຢູ່ບ້ານທາລີ່ໃຕ້ ທັງສອງຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ ຜູ້ຂັບຂີ່ລົດຄັນດັ່ງກ່າວ ເສຍຊີວິດຄາທີ່.

ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 8 ມັງກອນ 2023 ໄດ້ເກີດເຫດລົດໃຫຍ່ຕໍາກັບລົດຈັກ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ເຮັດໃຫ້ ທ້າວ ກ້ອງ ອາຍຸ 19 ປີ ຢູ່ບ້ານປ່າອ້ອຍ ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່; ຕໍ່ມາໃນວັນທີ 9 ມັງກອນ 2023, ກໍມີລົດບັນທຸກຕົກເຫວອີກຄັນ ຢູ່ດອຍນໍ້າເລັ່ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຮັດໃຫ້ຜູ້ຂັບຂີ່ສອງຄົນໄດ້ຮັບບາດເຈັບສົມຄວນ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...