Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອໂຄວິດໃນທົ່ວໂລກ

ລາຍງານຜູ້ຕິດເຊື້ອໂຄວິດໃນທົ່ວໂລກ

Published on

ປັດຈຸບັນໃນຫຼາຍໆປະເທດກໍເຫັນວ່າໂຄວິດໄດ້ເລີ່ມອ່ອນໂຕລົງແລ້ວ ແຕ່ກໍຍັງມີຜູ້ທີ່ຕິດໂຄວິດມາເລື່ອຍໆຢູ່.

ໃນວັນທີ 12 ມັງກອນ 2023 ເວັບໄຊ້ worldometers ໄດ້ອັບເດດຈຳນວນຜູ້ຕິດໂຄວິດທີ່ຜ່ານມາທັງໝົດວ່າ: ຜູ້ຕິດເຊື້ອໂຄວິດທົ່ວໂລກມີຈຳນວນ 669,893,308 ມີຜູ້ເສຍຊີວິດຈາກໂຄວິດຈຳນວນ 6,720,910 ຄົນ ແລະ ຮັກສາແລ້ວ 641,199,026 ຄົນ.

ໃນນັ້ນ ປະເທດທີ່ຕິດໂຄວິດຫຼາຍກວ່າໝູ່ແມ່ນ ສ.ອາເມຣິກາ ຈຳນວນ 103,308,876 ຄົນ ຮອງລົງມາແມ່ນ ອິນເດຍ ຈຳນວນ 44,681,693 ຄົນ ແລະ ຝຣັ່ງ 39,428,779 ຄົນ, ແຕ່ປະເທດຈີນທີ່ຂຶ້ນຊື່ວ່າເປັນປະເທດທຳອິດທີ່ມີການແຜ່ລະບາດຂອງໂຄວິດ ແຕ່ມີຜູ້ຕິດເຊື້ອພຽງແຕ່ 2,023,904 ຄົນ.

ເຊິ່ງລາວເຮົາກໍມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 217,915 ຄົນ ເສຍຊີວິດແລ້ວ 758 ຄົນ.

ເຖິງວ່າໃນຫຼາຍປະເທດຈຳນວນໂຄວິດ-19 ຈະມີໜ້ອຍລົງຫຼາຍແລ້ວ ແຕ່ກໍຍັງກັງວົນວ່າໂຄວິດຈະກັບມາລະບາດອີກຄັ້ງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...