Homeຂ່າວກິລາສປປ ລາວ ຄາດຈະສົ່ງ 31 ປະເພດກິລາ ລຸຍ"ພະນົມເປນເກມ 2023"

ສປປ ລາວ ຄາດຈະສົ່ງ 31 ປະເພດກິລາ ລຸຍ”ພະນົມເປນເກມ 2023″

Published on

ການແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປນ ເກມ 2023” ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້ ກຳນົດໃຫ້ມີການຊີງໄຊທັງໝົດ 608 ຫຼຽນຄຳ ໃນ 40 ກວ່າປະເພດກິລາ ຊຶ່ງເປັນຈຳນວນຫຼຽນຄຳສູງສຸດນັບຕັ້ງແຕ່ມີການແຂ່ງຂັນກິລາຊີເກມ ແຕ່ລະຄັ້ງຜ່ານມາ. ຂະນະທີ່ ສປປ ລາວ ຄາດຈະສົ່ງທັບນັກກິລາເຂົ້າຮ່ວມຊີງໄຊທັງໝົດ 31 ປະເພດກິລາ ແລະ ພ້ອມໃຫ້ທັບນັກກິລາລາວ ໄດ້ເກັບຕົວຝຶກຊ້ອມເປັນເວລາ 90 ວັນ ກ່ອນເຂົ້າຮ່ວມແຂ່ງຂັນ.

ທ່ານ ບຸນມາ ທຳມະວົງ ຫົວໜ້າພະແນກພັດທະນາກິລາ ກົມກິລາລະດັບສູງ ກະຊວງສຶກສາທິກຫານ ແລະ ກິລາ ລາຍງານໃຫ້ທີມງານນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ຮູ້ວ່າ: ໃນປັດຈຸບັນທາງກົມກິລາລະດັບສູງ ໃນນາມກອງເລຂາເຕັກນິກ ກະກຽມນຳພາທັບນັກກິລາລາວ ເຂົ້າຮ່ວມແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ມີການຈັດຕັ້ງປະຕິບັດແຜນວຽກງານຕ່າງໆທີ່ຂຶ້ນແຜນໄວ້ໃນເບື້ອງຕົ້ນ ມີຄວາມຄືບໜ້າໄປຫຼາຍແລ້ວ ໂດຍສະເພາະກຳລັງລົງທະບຽນປ້າຍນໍ້າເບີຂອງນັກກິລາ ແລະ ກຳນົດປະເພດກິລາສົ່ງເຂົ້າຮ່ວມແຂ່ງຂັນ ຊຶ່ງຄາດວ່າປີນີ້ ຈະສົ່ງນັກກິລາເຂົ້າຮ່ວມທັງໝົດ 31 ປະເພດກິລາ. ແຕ່ເຖິງຢ່າງໃດກໍຕາມ, ແຜນທັງໝົດນີ້ ຍັງຢູ່ໃນການພິຈາລະນາຂອງລັດຖະບານ ສ່ວນລາຍລະອຽດຄວາມຊັດເຈນຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອີກ.

ທ່ານ ບຸນມາ ທຳມະວົງ ກ່າວໃຫ້ຮູ້ອີິກວ່າ: ສຳລັບສູນຝຶກຊ້ອມກິລາ 31 ປະເພດນັ້ນ ແມ່ນໄດ້ຝຶກແອບທີ່ສະໜາມກິລາຕ່າງໆພາຍໃນສູນກາງ ເຊັ່ນ: ສູນຝຶກກິລາແຫ່ງຊາດ (ສີເກີດ), ວິທະຍາເຂດດົງໂດກ ຫຼື ສະໜາມອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ, ສະໜາມກິລາກະຊວງປ້ອງກັນປະເທດ (ຫຼັກ5), ສະໜາມກິລາແຫ່ງຊາດ (ຫຼັກ16), ເຂດບ້ານໂພນທັນ ແລະ ວິທະຍາໄລເຕັກນິກສັບພະວິຊາ ສ່ວນກິລາລົດຖີບ ຊຶ່ງເປັນປະເພດກິລາທີ 31 ແມ່ນກຳນົດ ຝຶກຊ້ອມຢູ່ເສັ້ນທາງ 450 ປີ, ເສັ້ນທາງບ້ານເກິນ ແລະ ເສັ້ນທາງເມືອງວັງວຽງ ເປັນຫຼັກ.

ສຳລັບການນແຂ່ງຂັນກິລາ “ພະນົມເປນ ເກມ 2023” ປີນີ້ ຈະມີການຊີງໄຊທັງໝົດ 608 ຫຼຽນຄຳ ໃນ ຈຳນວນ 40 ກວ່າປະເພດກິລາ ໃນນີ້ແບ່ງເປັນກິລາແລ່ນ-ລານ ຊີງໄຊ 47 ຫຼຽນຄຳ, ກິລາທາງນ້ຳ 69 ຫຼຽນຄຳ (ລອຍນ້ຳ 39 ຫຼຽນຄຳ, ໂດດນ້ຳ 4 ຫຼຽນຄຳ, ໂປໂລນ້ຳ 2 ຫຼຽນຄຳ, ຟິນສະວິມມິງ 24 ຫຼຽນຄຳ), ດອກປີກໄກ່ 8 ຫຼຽນຄຳ, ບານບ້ວງ 4 ຫຼຽນຄຳ, ບິນລຽດ-ສະນຸກເກີ 10 ຫຼຽນຄຳ, ມວຍສາກົນ 17 ຫຼຽນຄຳ, ເພາະກາຍ 15 ຫຼຽນຄຳ, ໝາກເສິກ 12 ຫຼຽນຄຳ, ຄຣິກເກດ (ກິລາຂອງອິນເດຍ) 8 ຫຼຽນຄຳ, ລົດຖີບ 8 ຫຼຽນຄຳ, ແດ້ນສະປອດ 12 ຫຼຽນຄຳ, ອີ-ສະປອດ 9 ຫຼຽນຄຳ, ຟັນດາບ 12 ຫຼຽນຄຳ, ຟຼໍບານ 2 ຫຼຽນຄຳ, ເຕະບານ 2 ຫຼຽນຄຳ, ກັອບ 4 ຫຼຽນຄຳ, ຢິມນາສະຕິກສິນ 8 ຫຼຽນຄຳ, ຢິມນາສະຕິກແອໂຣບິກ 5 ຫຼຽນຄຳ, ຮອກກີ 4 ຫຼຽນຄຳ, ເຈັດສະກີ 6 ຫຼຽນຄຳ, ຢູໂດ 13 ຫຼຽນຄຳ, ຄາຣາເຕໂດ 17 ຫຼຽນຄຳ, ອານິດ (ກິລາພື້ນເມືອງຂອງຟິລິບປິນ) 12 ຫຼຽນຄຳ, ຢູຢິດສູ (ກິລາຈາກຍີ່ປຸ່ນ) 13 ຫຼຽນຄຳ, ຄິກບັອກຊິ້ງ 17 ຫຼຽນຄຳ, ຄຸນໂບກາຕໍ (ກິລາມວຍພື້ນເມືອງກຳປູເຈຍ) 21 ຫຼຽນຄຳ, ມວຍລາວ 17 ຫຼຽນຄຳ, ໂວວີນາມ 30 ຫຼຽນຄຳ, ອອບສະຕັດເຄິນ ເຣດ 4 ຫຼຽນຄຳ, ປັນຈັກສີລັດ 22 ຫຼຽນຄຳ, ເປຕັງ 11 ຫຼຽນຄຳ, ເຮືອໃບ 9 ຫຼຽນຄຳ, ຊັອບເທັນນິດ 7 ຫຼຽນຄຳ, ກະຕໍ້ 22 ຫຼຽນຄຳ, ປິ່ງປ່ອງ 7 ຫຼຽນຄຳ, ເທຄວັນໂດ 24 ຫຼຽນຄຳ, ເຮືອຍາວ 13 ຫຼຽນຄຳ, ເທັນນິດ 7 ຫຼຽນຄຳ, ໄຕຣກິລາ 7 ຫຼຽນຄຳ, ບານສົ່ງ 4 ຫຼຽນຄຳ, ຍົກນ້ຳໜັກ 14 ຫຼຽນຄຳ, ມວຍປ້ຳ 30 ຫຼຽນຄຳ ແລະ ວູຊູ 24 ຫຼຽນຄຳ.

ຂ່າວໂດຍ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...