Homeຂ່າວຕ່າງປະເທດສາຍການບິນ "Go First" ລືມຜູ້ໂດຍສານ 50 ກວ່າຄົນ ທີ່ສະໜາມບິນ

ສາຍການບິນ “Go First” ລືມຜູ້ໂດຍສານ 50 ກວ່າຄົນ ທີ່ສະໜາມບິນ

Published on

ສາຍການບິນລາຄາປະຢັດຂອງອິນເດຍ “Go First” ຂຶ້ນບິນໂດຍລືມຜູ້ໂດຍສານ 50 ກວ່າຄົນ ທີ່ສະໜາມບິນ.

ວັນທີ 9 ມັງກອນ 2023 ສຳນັກຂ່າວອິນເດຍ ໄດ້ລາຍງານວ່າ: ສາຍການບິນລາຄາປະຢັດ “Go First” ຖ້ຽວບິນ G8 116 ບັງກາລໍ ຫາ ເດລີ ເວລາ 6:40 ນາທີ ເຮືອບິນໄດ້ບິນຂຶ້ນໂດຍທີ່ຍັງບໍ່ຮັບຜູ້ໂດຍສານຂຶ້ນເຄື່ຶອງບໍ່ຄົບ ລວມແລ້ວ 54 ຄົນ.

ເຊິ່ງຜູ້ໂດຍສານ ໄດ້ເລົ່າເຫດການວ່າ: ໄດ້ກວດບັດເວລາ 5:35 ນາທີ ແລະ ແບ່ງອອກເປັນ 2 ລົດເມ ເຄື່ອງທີ່ຈະຂີ່ໄປຂຶ້ນເຮືອບິນໃນເວລາ 6:30 ນາທີ ແຕ່ປາກົດວ່າຜູ້ໂດຍສານທີ່ຢູ່ໃນລົດເມຄັນທີ 2 ຍັງບໍ່ທັນໄປຮອດເຮືອບິນ ແຕ່ວ່າເຮືອບິນໄດ້ບິນອອກໄປແລ້ວ ພ້ອມກັບສຳພາລະທັງໝົດຂອງຜູ້ໂດຍສານ.

ພາຍຫຼັງເກີດເຫດດັ່ງກ່າວ ຜູ້ໂດຍສານ 54 ຄົນທີ່ຍັງບໍ່ທັນຢູ່ເຮືອບິນກໍໄປຮຽກຮ້ອງກ່ຽວກັບຄວາມຜິດຂອງສາຍການບິນ ແລະ ບໍລິການພາກພຶ້ນ ທາງດ້ານສາຍການບິນຍັງບໍ່ໄດ້ຊີ້ແຈງກ່ຽວກັບເຫດການດັ່ງກ່າວ ແລະ ທາງກົມການບິນກຳລັງຂໍຄຳຕອບຈາກສາຍການບິນຕາມຄຳຮ້ອງຮຽນຂອງຜູ້ໂດຍສານ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...