Homeຂ່າວຕ່າງປະເທດມົນທົນເຫີໜານຂອງປະເທດຈີນໄດ້ຕິດເຊື້ອພະຍາດໂຄວິດ-19ແລ້ວເກືອບ 90%

ມົນທົນເຫີໜານຂອງປະເທດຈີນໄດ້ຕິດເຊື້ອພະຍາດໂຄວິດ-19ແລ້ວເກືອບ 90%

Published on

ເຈົ້າໜ້າທີ່ກະຊວງສາທາລະນະສຸກທ້ອງຖິ່ນຈີນເປີດເຜີຍວ່າ ປະຊາຊົນໃນມົນທົນເຫີໜານ ທີ່ມີປະຊາກອນຢ່າງໜາແໜ້ນ ໄດ້ຕິດໂຄວິດ-19 ເກືອບ 90% ແລ້ວ.

ທ່ານ ກ່ານ ກວນເສິງ ຜູ້ອຳນວຍການຄະນະກຳມາທິການສຸຂະພາບ  ມົນທົນເຫີໜານ ທາງຕອນກາງຂອງປະເທດຈີນໄດ້ເປີດເຜີຍວ່າ ປະຊາຊົນເກືອບ 90% ທົ່ວມົນທົນເຫີໜານທີ່ມີປະຊາກອນຫຼາຍເຖິງ 99 ລ້ານຄົນ ແລະ ປະມານ 88,5 ລ້ານຄົນໄດ້ຕິດເຊື້ອພະຍາດໂຄວິດ-19ແລ້ວ.

ເຊິ່ງ ກ່ານ ກວນເສິງ ກ່າວວ່າ ຍອດຜູ້ປ່ວຍທີ່ໄປຄຣີນິກ ສຳລັບຜູ້ປ່ວຍທີ່ເປັນໄຂ້ມີຈຳນວນສູງສຸດໃນວັນທີ 19 ທັນວາ 2022 ຫຼັງຈາກນັ້ນກໍຫຼຸດລົງເລື່ອຍໆ.

ທັ້ງນີ້ ພົບວ່າຕົວເລກຜູ້ຕິດເຊື້ອຂອງ ມົນທົນເຫີໜານ ກົງກັນຂ້າມກັບຕົວເລກຜູ້ຕິດເຊື້ອໂຄວິດຂອງລັດຖະບານກາງ ຈາກຂໍ້ມູນຂອງທາງການມີຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງແຕ່ 120.000 ຄົນ ຈາກປະຊາກອນທັງໝົດ 1.400 ລ້ານຄົນ ແລະ ເສຍຊີວິດ 30 ຄົນ ນັບຕັ້ງແຕ່ປ່ຽນນະໂຍບາຍໂຄວິດ.

ນອກນີ້ທາງເຈົ້າໜ້າທີ່ທ້ອງຖິ່ນໃນບັນດາແຂວງອື່ນໆ ຍັງເປີດເຜີຍຂໍ້ມູນທີ່ແຕກຕ່າງຈາກຂໍ້ມູນຂອງລັດຖະບານກາງ.

ແຫຼ່ງຂ່າວ The Guardian

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...