spot_img
Homeຂ່າວພາຍ​ໃນເຫດການເບື້ອງຕົ້ນຈາກເຫດການໄຟໄໝ້ຮ້ານຂາຍອຸປະກອນໄຟຟ້າ ບໍລິສັດເຫີງຊິນ ສາຂາບ້ານນາສ້າວ ເມືອງໄຊ ແຂວງອຸດົມໄຊ

ເຫດການເບື້ອງຕົ້ນຈາກເຫດການໄຟໄໝ້ຮ້ານຂາຍອຸປະກອນໄຟຟ້າ ບໍລິສັດເຫີງຊິນ ສາຂາບ້ານນາສ້າວ ເມືອງໄຊ ແຂວງອຸດົມໄຊ

Published on

ວັນທີ 9 ມັງກອນ 2023 ໃນເວລາປະມານ 19:47 ນາທີ ເກີດເຫດໄຟໄໝ້ຮ້ານຂາຍອຸປະກອນເຄື່ອງໄຟຟ້າ ບໍລິສັດ ເຫີງຊິນ ສາຂາບ້ານນາສ້າວ ເມືອງໄຊ ແຂວງອຸດົມໄຊ.

ຕໍ່ເຫດການຄັ້ງນີ້ ໄດ້ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ  ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ນຳພາກຳລັງດັບເພີງ ສົມທົບກັບໜ່ວຍງານວິຊາສະເພາະຫຼາຍພາກສ່ວນ ເຂົ້າໃຫ້ການຊ່ວຍເຫຼືອດັບມອດ ແລະ ຄວບຄຸມສະຖານະການ ຢ່າງເຕັມສ່ວນ ເພື່ອຄວບຄຸມສະກັດກັ້ນບໍ່ໃຫ້ໄຟລຸກລາມເປັນບໍລິເວນກວ້າງ ເພາະບໍລິເວນດັ່ງກ່າວຢູ່ໃກ້ເຮືອນຂອງປະຊາຊົນ ຍ້ອນພາຍໃນຮ້ານເຕັມໄປດ້ວຍວັດຖຸທີ່ຕິດໄຟໄດ້ງ່າຍ ຈຶ່ງເຮັດໃຫ້ໄຟລຸກໄໝ້ຢ່າງຮຸ່ນແຮງ ສົ່ງຜົນເສຍຫາຍຢ່າງຫຼວງຫຼາຍພໍສົມຄວນ ໂຊກດີບໍ່ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ ຕໍ່ກັບເຫດການຄັ້ງນີ້ເຈົ້າໜ້າທີ່ວິຊາສະເພາະ ສົມທົບຂະແໜງກ່ຽວຂ້ອງພວມເລັ່ງເກັບກຳສັນນະສູດ ຫາສາເຫດຂອງການເກີດອັກຄີໄຟຄັ້ງນີ້ ສ່ວນລາຍລະອຽດຈະແຈ້ງໃຫ້ຊາບພາຍຫຼັງ.

ຂ່າວ ປກສ ແຂວງອຸດົມໄຊ

ວິດີໂອ N’Bouawai Khounnasack 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...