spot_img
Homeຂ່າວພາຍ​ໃນສປປ ລາວ ຈະນຳໃຊ້ລົດຕູ້ເຢັນຂົນສົ່ງວັກຊິນເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

ສປປ ລາວ ຈະນຳໃຊ້ລົດຕູ້ເຢັນຂົນສົ່ງວັກຊິນເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

Published on

ວັນທີ 7 ມັງກອນ 2023 ທີ່ແຂວງອັດຕະປື: ລັດຖະບານຍີ່ປຸ່ນ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ຈໍານວນ 2 ຄັນ (RVTV) ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ເພື່ອສະໜັບສະໜູນໂຄງ ການໃຫ້ວັກຊີນກັນພະຍາດ ແລະ ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ແຂວງ ເຊກອງ ແລະ ແຂວງ ອັດຕະປື.

อาจเป็นรูปภาพของ 9 คน และ ผู้คนกำลังยืน

ນີ້ແມ່ນຄວາມພະຍາຍາມຫລ້າສຸດ ຂອງລັດຖະບານ ໃນການສະໜອງການບໍລິການວັກຊີນໃຫ້ທົ່ວເຖິງ ຢູ່ໃນ ສປປ ລາວ ແລະ ປັບປຸງວຽກງານການໃຫ້ວັກຊີນກັນພະຍາດແບບປົກກະຕິ ເພື່ອໃຫ້ບັນລຸເປົ້າໝາຍ.

ພະນະທ່ານ ໂກບາຢາຊິ ເຄນນິຈິ Kobayashi Kenichi, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ດັ່ງກ່າວໃຫ້ແກ່ ພະນະທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ເຊີ່ງພິທີດັ່ງກ່າວໄດ້ຈັດຂື້ນ ທີ່ແຂວງອັດຕະປື.

ທ່ານ ບຸນແຝງ ພູມມະໄລສິດ, ລັດຖະ ມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຮອດປະຈຸບັນນີ້ ປະຊາກອນລາວ ຫລາຍກ່ວາ 85 ເປີເຊັນ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ເຂັມທີ່ໜື່ງ ສະ ແດງໃຫ້ເຫັນວ່າຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສຳເລັດໃນລະດັບໜື່ງ. ເຖິງຢ່າງໃດກໍຕາມ, ກໍ່ຍັງມີບາງເມືອງໃນແຂວງພາກໃຕ້ທີ່ຍັງບໍ່ທັນບັນລຸເປົ້າໝາຍ ເນື່ອງຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ແລະ ເສັ້ນທາງຄົມມະນາຄົມ.” ທ່ານຍັງກ່າວຕື່ມອີກວ່າ “ຂໍຂອບໃຈ ລັດຖະບານປະເທດຍີ່ປຸ່ນ ທີ່ມອບລົດຂົນສົ່ງວັກຊີນຈໍານວນ 2 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ. ປະຈຸບັນນີ້, ກະຊວງສາທາ ລະນະສຸກສາມາດຂົນສົ່ງວັກຊີນໄປເຂດຫ່າງໄກສອກຫຼີກ ຂອງປະເທດໄດ້ຢ່າງປອດໄພ ແລະ ມີປະສິດທິພາບ”.

ພາຫະນະດັ່ງກ່າວນີ້ ໄດ້ມີການຈັດຊື້ທັງໝົດຈໍານວນ 3 ຄັນ ແລະ ຈະມອບໃຫ້ ແຂວງອັດຕະປື, ເຊກອງ ແລະ ສະຫວັນນະເຂດ ເພື່ອນໍາໃຊ້ ເຂົ້າໃນການປັບປຸງວຽກງານໃຫ້ວັກຊີນກັນພະຍາດໃນເມືອງທີ່ມີຄວາມສ່ຽງສູງ. ສໍາລັບແຂວງສະຫວັນນະເຂດແມ່ນຈະມອບໃຫ້ໃນໄວໆນີ້. ລົດຕູ້ເຢັນຂົນສົ່ງວັກຊີນ (RVTVs) ແມ່ນຍານພາຫະນະຂົນສົ່ງວັກຊີນທີ່ມີຄຸນນະ ພາບ ຕາມມາດຕາຖານຂອງອົງການອະນາໄມໂລກ (WHO). ເປັນລົດທີ່ສາມາດຂົນສົ່ງວັກຊີນໄດ້ຢ່າງປອດໄພຢູ່ໃນອຸນ ຫະພູມລະຫວ່າງ 2-8 ອົງສາ °C. ດ້ວຍຄວາມສາມາດໃນການເດີນທາງໃນເຂດທີ່ຄວາມຫຍຸ້ງຍາກ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ນີ້ ສາມາດຮັກສາຄວາມເຢັນຈົນກ່ວາຈະຮອດຈຸດສຸດທ້າຍຂອງລະບົບຕ່ອງໂສ້ຄວາມເຢັນ ຊຶ່ງແມ່ນໂຮງໝໍນ້ອຍ.

ພະນະທ່ານ ໂກບາຢາຊິ ເຄນນິຈິ Kobayashi Kenichi ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ກ່າວວ່າ: “ໃນ ສປປ ລາວ ໂດຍສະເພາະ ຢູ່ເຂດຫ່າງໄກ ສອກຫລີກ ປະຊາຊົນປະສົບກັບຄວາມຫຍຸ້ງ ຍາກ ທາງດ້ານການຂົນສົ່ງວັກຊີນ ຈາກສູນກາງ ຍ້ອນສະພາບປັດໃຈດ້ານພູມສັນຖານ ແລະ ຂາດ ອຸປກອນທີ່ຈໍາເປັນ” ທ່ານຍັງໄດ້ກ່າວຕື່ມອີກວ່າ: “ໃນການຮັບມືກັບສິ່ງທ້າທາຍເຫຼົ່ານີ້, ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈຈັດຕັ້ງປະຕິບັດໂຄງ ການນີ້ທັນທີຫຼັງຈາກການປະກາດການແຜ່ລະບາດຂອງຂອງພະຍາດໂຄວິດ-19, ໂດຍອີງໃສ່ແນວຄວາມຄິດແມ່ນເພື່ອສ້າງຄວາມສະດວກໃນການຈັດສົ່ງວັກຊີນໃຫ້ທຸກໆຄົນທີ່ຕ້ອງການວັກຊີນ. ພວກເຮົາຈະສືບຕໍ່ປະຕິບັດຕາມຄວາມປາຖະໜາອັນແຮງກ້າຂອງພວກເຮົາໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດກັບປະຊາຄົມສາກົນ ແລະ ຄູ່ຮ່ວມມືພັດທະນາຄື ອົງການຢູນິເຊບ”.

ລັດຖະບານຍີ່່ປຸ່ນໄດ້ໃຫ້ການສະໜັບ ສະໜູນ ໂຄງການສັກຢາກັນພະຍາດ ຕັ້ັງແຕ່ໄລຍະເລີ່ມຕົ້ນ. ການສະໜັບສະ ໜູນ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ໃນຄັ້ງນີ້ ກໍ່ແມ່ນໜຶ່ງໃນການສະໜັບສະໜູນ ທີ່ມີມູນຄ່າເຖິງ 1.1 ລ້ານໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ ໃນການຈັດຊຶ້ ຕູ້ເຢັນເກັບຮັກສາວັກຊີນ ຈຳນວນ 697 ໜ່ວຍ, ຖົງພາຍເກັບວັກຊີນ ຈຳນວນ 500 ໜ່ວຍ ແລະ ກ່ອງເກັບຄວາມເຢັນ ຈຳນວນ 100 ກ່ອງ ໂດຍຜ່ານ ອົງການຢູນິເຊບ. ຊຶ່ງບັນດາອຸປະກອນດັ່ງກ່າວກໍ່ໄດ້ແຈກຢາຍ ແລະ ຕິດຕັ້ງສຳເລັດ ເພື່ອໃຊ້ໃນການປັບປຸງລະບົບຕ່ອງໂສ້ລະບົບເຢັນໃຫ້ດີຂື້ນ ເພື່ອຮັບປະກັນໃຫ້ວັກຊີນມີຄຸນນະພາບໄດ້ຢ່າງຕໍ່າໃນໄລຍະ 5 ຫາ 7 ປີ.

ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ Dr Pia Rebello Britto, ຜູ້ຕາງຫນ້າຂອງອົງການຢູນິເຊບ ໄດ້ກ່າວວ່າ: “ໂຄງການສັກຢາກັນພະຍາດຮອບປົກກະຕິ ໄດ້ຊ່ວຍຊີວິດຄົນຫຼາຍລ້ານຄົນໃນທົ່ວໂລກ ໃຫ້ເດັກມີການເລີ່ມຕົ້ນຂອງຊີວິດທີ່ດີທີ່ສຸດ. ແຕ່ສັງເກດເຫັນວ່າ, ໃນໄລຍະທົດສະວັດທີ່ຜ່ານມາ ແມ່ນຍັງຢູ່ໃນສະພາບທີ່ມີຄວາມສ່ຽງ ຍ້ອນວ່າອັດຕາການຮັບວັກຊີນ ຍັງບໍ່ທັນເຖິງລະດັບຄາດໝາຍຖ້າທຽບໃສ່ໂຕເລກກ່ອນການແຜ່ລະບາດ.” ທ່ານຍັງໄດ້ກ່າວຕື່ມອີກວ່າ “ຍ້ອນການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ, ພວກເຮົາກຳລັງດໍາເນີນວຽກງານນີ້ ດ້ວຍການນຳໃຊ້ວິທີການປະດິດສ້າງໃໝ່ ເພື່ອນຳເອົາວັກຊີນໄປໃຫ້ເດັກນ້ອຍ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍ່ຕາມ ແລະໃຫ້ເຂົາເຈົ້າໄດ້ວັກຊີນທີ່ຢູ່ໃນສະພາບທີ່ປອດໄພ. ພວກເຮົາຈະເລັ່ງລັດ ວຽກງານສັກຢາກັນພະຍາດ ຮອບປົກກະຕິ ແລະ ຂະຫຍາຍການສັກວັກຊີນໂຄວິດ-19 ໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫລີກທີ່ສຸດ.”

ຄະນະນຳຂັ້ນສູງ ຈາກກະຊວງສາທາລະ ນະສຸກ, ລັດຖະບານຍີ່ປຸ່ນ, ອົງການອະນາໄມໂລກ ແລະ ອົງການຢູນິເຊບ ກຳລັງຢ້ຽມຢາມ 4 ແຂວງພາກໃຕ້ຄື: ສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປາສັກ ແຕ່ວັນທີ່ 3 ຫາ 10 ມັງກອນ 2023. ຄະນະນຳ ໄດ້ລົງຢ້ຽມຢາມໂຮງໝໍແຂວງ ແລະ ໂຮງໝໍເມືອງ ໃນບາງເມືອງທີ່ຫຍຸ້ງຍາກ ເພື່ອສຶກສາຮັບຮູ້ເຂົ້າໃຈຂໍ້ບົກຜ່ອງ ແລະ ສິ່ງທ້າທາຍໃນການໃຫ້ບໍລິການ ແລະ ຕິດຕາມຄວາມຄືບໜ້າຂອງວຽກງານການສັກວັກຊີນປ້ອງກັນພະຍາດໂຄວິດ-19.

ລັດຖະບານຍີ່ປຸ່ນ ໄດ້ມີການຮ່ວມມືກັບອົງການສາກົນ ໂດຍການໃຫ້ຄວາມຊ່ວຍເຫຼືອດ້ານງົບປະມານ ແລະ ວິຊາ ການ ທີ່ມີມູນຄ່າ 26 ລ້ານໂດລາສະຫະ ລັດ ໃຫ້ກັບລັດຖະບານ ສປປ ລາວ ເຂົ້າໃນວຽກງານຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະໜັບ ສະໜູນການຟື້ນຟູໃນຫຼາຍຂົງເຂດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກ ພະຍາດໂຄວິດ-19 ລວມໄປເຖິງການມອບວັກຊີນປ້ອງກັນໂຄວິດ-19 ປະມານ 1 ລ້ານໂດສ. ເນື່ອງໃນວັນຄົບຮອບສາຍພົວພັນທາງການທູດລະຫວ່າງ ລາວ-ຍີ່ປຸ່ນ ຄົບ ຮອບ 70 ປີ ແລະ ການເປັນຄູ່ຮ່ວມມືທາງຍຸດທະສາດຄົບຮອບ 10 ປີ ໃນປີ 2025. ລັດຖະບານ ຍີ່ປຸ່ນ ໃນຖານະທີ່ເປັນຄູ່ຮ່ວມງານທາງດ້ານຍຸດທະສາດ ຂອງ ສປປ ລາວ ກໍ່ຍັງຈະສືບຕໍ່ໃນການໃຫ້ການສະໜັບສະໜູນການດໍາເນີນວຽກງານຂອງລັດຖະບານ ສປປ ລາວ ເພື່ອຟື້ນຟູຈາກຜົນກະທົບທີ່ໄດ້ຮັບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການກ້າວໄປສູ່ “ການກັບມາໃຫ້ດີຂຶ້ນກ່ວາເກົ່າ (Build Back Better)”.

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...