spot_img
Homeຄວາມງາມເລືອກບັສອອນ ແນວໄດໃຫ້ເຂົ້າກັບສີຜິວ

ເລືອກບັສອອນ ແນວໄດໃຫ້ເຂົ້າກັບສີຜິວ

Published on

     189177

ອີກໜຶ່ງ​ຕົວ​ເລືອກ​ສຳລັບ​ການ​ແຕ່ງ​ໜ້າ​ໃຫ້​ງາມ​ເຈີດ ສິ່ງ​ທີ່​ຕ້ອງ​ຄຳ​ນຶງ​ເຖິງ​ອັນ​ດັບ​ຕົ້ນໆ ຄື ການ​ເລືອ​ກ​ບັສ​ອອນ​ໃຫ້​ເຂົ້າ​ກັບ​ສີ​ຜິວ​ໜ້າ ເພາະ​ບັສ​ອອນ​ຈະ​ຊ່ວຍ​ແຕ່ງ​ແຕ້ມ​ໃຫ້​ພວງ​ແກ້ມ​ຂອງ​ສາວໆ ເບິ່ງ​ງາມ​ໂດດ​ເດັນ ​ແລະ ​ມີ​ສີ​ສັນ​ສະ​ດຸດ​ທຸກ​ສາຍ​ຕາ ແຕ່​ຈະ​ເລືອກ​ໃຊ້​ແນວໃດດີໃຫ້​ໃຜ​ໆ ຕ້ອງ​ຫລຽວ​ເບິ່ງສາວໆ ຈະ​ຕ້ອງ​ເລືອກ​ເສດ​ສີ​ໃຫ້​ເໝາະ​ສົມ​ກັບ​ສີ​ຜິວ​ໜ້າ​ເປັນ​ອັນ​ດັບ​ທຳອິດ
– ສາວ​ຜິວ​ຂາວ   ສາມາດ​ເລືອກ​ໃຊ້​ບັສອອນ​ໄດ້​ທຸກ​ເສດ​ສີ ໜ້າ​ອິດສາ​ແທ້ໆ ສຳລັບ​ສາວ​ຜິວ​ຂາວ ເພາະ​ບໍ່​ວ່າ​ຈະ​ໃຊ້​ບັສ​ອອນ​ສີ​ຫຍັງ​ກໍ​ເບິ່ງ​ງາມ​ເປັນ​ທຳມະຊາດ​ໄປ​ໝົດ ເຊັ່ນ ສີ​ບົວອ່ອນ,ສີ​ສົ້ມ ຖ້າ​ໃຊ້​ເສດ​ສີ​ເຫລົ່າ​ນີ້​ກໍ​ຈະ​ຍິ່ງ​ເຮັດໃຫ້​ເບິ່ງ​ງາມ​ໃສ​ເປັນ​ທຳມະຊາດ​ແບບ​ສຸດໆ
ສາວ​ຜິວ​ສອງສີ ຄວນ​ເລືອກ​ໃຊ້​ບັສ​ອອນ​ໂທນ​ສີ ສີ​ນ້ຳ​ຕານ ແຕ່​ຖ້າ​ຈະໃຫ້​ພວງ​ແກ້ມ​ງາມ​​ແບບ​ສຸດໆ  ສາວ​ຜິວ​ສອງ​ສີ​ຄວນ​ຈະ​ເລືອກ​ປັດ​ແກ້ມ​ດ້ວຍ​ໂທນ​ສີ​ສົ້ມ ຮັບຮອງ​ວ່າ​ງາມ​ສຸດໆ
– ສາວ​ຜິວ​ຄ້ຳ ສຳລັບ​ສາວ​ຜິວ​ຄ້ຳ ​ເວລາ​ແຕ່ງ​ໜ້າ​ມັກ​ຈະ​ຮູ້ສຶກ​ບໍ່​ໝັ່ນໃຈ​ເອົາ​ ໃຜວ່າ​ສາວ​ຜິວ​ຄ້ຳ​ຈະ​ເມກ​ອັບ​ໃຫ້​ງາມ​ບໍ່​ໄດ້ ເພາະ​ການ​ເລືອ​ກບັສດອອນ​ໃຫ້​ເຂົ້າ​ກັບ​ສີ​ຜິວ​ຢ່າງ​ໂທນ​ສີ​ນ້ຳ​ຕານ ສີ​ສົ້ມ​ປະ​ກາຍ​ທອງ ຫລື ​ສີ​ບົວ​ເຂັ້ມ ກໍ​ເບິ່ງ​ຈະ​ເປັນ​ທາງ​ເລືອກ​ທີ່​ດີ​ເພາະ​ຈະ​ເຮັດໃຫ້​ໜ້າ​ເບິ່ງ​ສະຫວ່າງ​ຂຶ້ນ ແຕ່​ຫ້າມ​ໃຊ້​ໂທນ​ສີ​ຊົມ​ອອ່ນ ຫລື​ ສີ​ສົ້ມ​ ​ໂດຍ​ເດັດ​ຂາດ ເພາະ​ຈະ​ເບິ່ງ​ງາມ​ຫວານ​ແຕ່​ກໍ​ບໍ່​ເໝາະ​ກັບ​ສາວ​ຜິວ​ເຂັ້ມ​
ເຫັນ​ບໍ​ວ່າ​ການ​ເລືອກ​ໃຊ້​ບັັສ​ອອນ​ໃຫ້​ເຂົ້າ​ກັບ​ສີ​ຜິວ​ໜ້າ​ຂອງ​ເຮົາ​ນັ້ນ​ບໍ່​ຍາກ​ຢ່າງ​ທີ່ຄິດ  ເມື່ອ​ຮູ້​ແລ້ວ​ກໍ​ເຊົາ​ກັງ​ວົນ​ໄປ​ໄດ້​ເລີຍ​​ວ່າບໍ່​ຈະ​ງາມ​ ເພາະ​ບໍ່​ວ່າ​ຈະ​ສະຖານນະການ​ໃດ​ກໍ​ງາມ​ໄດ້​ແນ່ນອນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...