Homeຂ່າວການພັດທະນາພິທີເປີດ ໂຄງການສາຍສົ່ງໄຟຟ້າ 500 ກວ ແລະ ສະຖານີໄຟຟ້າ ແຕ່ ລາວ ຫາ ກຳປູເຈຍ

ພິທີເປີດ ໂຄງການສາຍສົ່ງໄຟຟ້າ 500 ກວ ແລະ ສະຖານີໄຟຟ້າ ແຕ່ ລາວ ຫາ ກຳປູເຈຍ

Published on

ພິທີເປີດ ໂຄງການສາຍສົ່ງໄຟຟ້າ 500 ກວ ແລະ ສະຖານີ ໄຟຟ້າ ແຕ່ລາວ ຫາ ກຳປູເຈຍ ທີ່ ສະຖານີ ບ້ານ ຫາດ, ເມືອງໂຂງ, ແຂວງຈຳປາສັກ. ໃດ້ຈັດຂື້ນ ວັນທີ 3 ມັງກອນ 2023. ເຊິ່ງ ບໍລິສັດ ລັດວິສະຫະກິດ ໄຟຟ້າລາວ ຖືຮຸ້ນ 30% ແລະ ບໍລິສັດ ຢູນນານ ເອັນເນີຈີ ອິນເວັດສເມັນ (YEIG Investment (HK) Co., Ltd) ຖືຮຸ້ນ 70%. ໃນຮູບແບບ BOT. ໂຄງການນີ້ ມີແລວສາຍສົ່ງ ຍາວປະມານ 200 ກິໂລແມັດ ມູນຄ່າການກໍ່ສ້າງທັງຫມົດ 150 ລ້ານໂດລາສະຫະລັດ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ. ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ. ທ່ານຮອງເຈົ້າແຂວງອັດຕະປື; ມີ ຜູ້ອໍານວຍການໃຫຍ່ ລັດວິສະຫະກິດໄຟຟ້າລາວ; ທ່ານ ຫູ ຊຽງເວີຍ ຜູ້ອໍານວຍການ ບໍລິສັດ YEIG Investment ແລະຄະນະ ພ້ອມດ້ວຍ ການນຳທີ່ມາຈາກ ສູນກາງ, ການນຳແຂວງ ຈຳປາສັກ; ອັດຕະປື ແລະ ພາກສ່ວນທິ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຂື້ນກ່າວເປີດພິທີ ຢ່າງເປັນທາງການ, ໂດຍຍົກໃຫ້ເຫັນ ສະພາບການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງຂະແໜງການພະລັງງານ ຂອງ ສປປ ລາວ ໂດຍສະເພາະ ຄວາມສາມາດ ໃນການສະໜອງພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນລາວ ໄດ້ຊົມໃຊ້ ໃນແຕ່ລະໄລຍະ, ແລະ ຄວາມສຳຄັນ ຂອງໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນນີ້ ຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ກໍ່ຄື ການພັດທະນາທ້ອງຖິ່ນ.

ສຳລັບໂຄງການສາຍສົ່ງໄຟຟ້າ ແລະ ສະຖານີ 500 ກິໂລໂວນ ດັ່ງກ່າວນີ້ ແມ່ນໂຄງການທໍາອິດຂອງ ສປປ ລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຮູບແບບສຳປະທານ (ຜູ້ຮ່ວມພັດທະນາເປັນຜູ້ກໍ່ສ້າງ ແລະ ດໍາເນີນງານ ຫຼື ຮູບແບບ BOT), ໂດຍເປັນການລົງທຶນ ຂອງບໍລິສັດ Yunnan Energy Investment (HK) Co.,Limited, ໃນມູນຄ່າການລົງທຶນທັງໝົດ 150 ລ້ານກວ່າໂດລາ, ສາຍສົ່ງດັ່ງກ່າວ ມີຄວາມຍາວ 200 ກວ່າກິໂລແມັດ ໂດຍຜ່ານ ເມືອງໂຂງ, ເມືອງປະທຸມພອນ ຂອງ ແຂວງຈຳປາສັກ ແລະ ເມືອງສະໜາມໄຊ, ເມືອງພູວົງ ຂອງ ແຂວງອັດຕະປື,

ຈາກຜົນສຳເລັດດັ່ງກ່າວນັ້ນ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສົ່ງອອກກະແສໄຟຟ້າ ອອກໄປຈໍາໜ່າຍຢູ່ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ຄື ຣາຊະອານາຈັກກໍາປູເຈຍ ທັນຕາມກຳນົດເວລາທີ່ໄດ້ກໍານົດໄວ້ ຊຶ່ງແມ່ນໜຶ່ງຍຸດທະສາດທີ່ສໍາຄັນ ຂອງການພັດທະນາອຸດສາຫະກໍາພະລັງງານຢູ່ປະເທດເຮົາ ທັງໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ເພີ່ມຂຶ້ນ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...