spot_img
Homeຂ່າວຕ່າງປະເທດໜຶ່ງໃນທີມ Avengers ເກີດອຸບັດຕິເຫດຈາກເຄື່ອງກວາດຫິມະ

ໜຶ່ງໃນທີມ Avengers ເກີດອຸບັດຕິເຫດຈາກເຄື່ອງກວາດຫິມະ

Published on

Jeremy Renner ນັກສະແດງທີມ Avengers ຈາກຄ່າຍ Marvel ເກີດອຸບັດຕິເຫດໃນຂະນະທີ່ໄຖຫິມະ ໄດ້ຮັບບາດເຈັບທີ່ໜ້າເອິກ ແລະ ກະດູກຫຼັງຫັກ.

ໃນວັນທີ 1 ມັງກອນ 2022 Jeremy Renner ໄດ້ປະສົບອຸບັດຕິເຫດຈາກເຄື່ອງກວາດຫິມະ ທີ່ກຳລັງກວາດເອົາຫິມະອອກຈາກທາງເຂົ້າບ້ານຕົນເອງ Renner ເຂົ້າຮັບການຜ່າຕັດຮັກສາກະດູກໃນວັນຈັນທີ່ຜ່ານມາ ແລະ ຍັງຢູ່ໃນພະແນກຜູ້ປ່ວຍສະພາບວິກິດ ແຕ່ຊົງໂຕໄດ້.

ມາໃນວັນອັງຄານທີ 3 ມັງກອນ Renner ກໍໄດ້ອອກມາໂພສຜ່ານ Instagram ເປັນເທື່ອທຳອິດພາຍຫຼັງປະສົບອຸບັດຕິເຫດ ໂດຍສະພາບລາວຕອນນີ້ ໜ້າກໍຍັງມີຮອຍເລືອດ ແລະ ຮອຍຊ້ຳຈາກອຸບັດຕິເຫດ ພ້ອມທັງໃສ່ເຄື່ອງຊ່ວຍຫາຍໃຈ ແລະ ຂຽນຂໍ້ຄວາມຫາບັນດາແຟນຄັບທັງຫຼາຍວ່າ “ຂອບໃຈທຸກຄົນສຳລັບຄຳອວຍພອນດີໆ ຂ້ອຍຍັງມີອາການວິນຫົວຫຼາຍເກີນກວ່າທີ່ຈະພິມສົ່ງຫາໄດ້ ແຕ່ຂ້ອຍກໍຍັງສົ່ງຄວາມຮັກໄປໃຫ້ທຸກຄົນໄດ້”.

ທັ້ງນີ້ ຕົວແທນ Jeremy Renner ກໍຈະອອກມາອັບເດດອາການຂອງລາວໃຫ້ແຟນຄັບເລື່ອຍໆ.

ແຫຼ່ງຂ່າວ ຣອຍເຕີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...