Homeຂ່າວທ້ອງຖິ່ນລາຄາອາຫານທີ່ສູງ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ່າ ຂອງຊົນເຜົ່າມົ້ງ ທີ່ເມືອງແປກ

ລາຄາອາຫານທີ່ສູງ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ່າ ຂອງຊົນເຜົ່າມົ້ງ ທີ່ເມືອງແປກ

Published on

ຈາກກໍລະນີທີ່ກໍາລັງເປັນຂ່າວໂດງດັ່ງໃນສືສັງຄົມອອນລາຍ ຫຼືທາງເຟດບຸກ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ່າ ຂອງຊົນເຜົ່າມົ້ງ ທີ່ເດີນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຕົວຈິງ ອາຫານ 8ລາຍການລວມເປັນເງິນສູງເຖິງ 7,345,000ກີບ ໃນນັ້ນຄ່າ ໄກ່ 5ໂຕ 2,500,000 ສະເລ່ຍຖືກໂຕລະ 500,000ກີບ, ປາ 6ໂຕ 1,200,000ກີບ ຖືກໂຕລະ 200,000ກີບ ເຂົ້າສຸກ 4 ຈານ 280,000ກີບ ຖືກຈານລະ 70,000ກີບ ປີ້ງ 2 ຊຸດ 600,000ກີບ ຖືກ ຊຸດລະ 300,000ກີບ, ເຂົ້າລາດໜ້າ 7 ຈານ 420,000 ຖືກຈານລະ 60,000ກີບ, ເບຍ ຈໍານວນ 50 ປ໋ອງ 2000,000 ຖືກປ໋ອງລະ 40,000ກີບ ນໍ້າດືມ ຈໍານວນ 15ຕຸກ 225,000ກີບ ຖືກຕຸກ 15000ກີບ. ເຫັນວ່າລາຄາສູງເກີນລາຄາທ້ອງຕະຫຼາດຫຼາຍ ດັງນັ້ນທາງ ສະມາຄົມ ກິລາວັນນະຄະດີິພື້ນເມືອງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງເຫັນວ່າມີມູນຄວາມຈິງແທ້ ດັ່ງຈຶ່ງໄດ້ເອີ້ນຜູ້ກ່ຽວຫຼືເຈົ້າຮ້ານ ມາສຶກສາອົບຮົມ ແລະ ປັບໄໝຕາມລະບຽບຂອງສະມາຄົມ.

ຈາກກໍລະນີດັ່ງກ່າວ ນາງກົງເຢຍວ່າງ ເຈົ້າຂອງຮ້ານຂາຍເຄື່ອງຢູ່ສະຖານທີ່ບຸນກິນຈຽງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ໃນຄັ້ງວັນທີ 25 ທັນວາ 2022 ທີ່ເກັບເງິນນໍາລູກຄ້າທີ່ມາກິນ-ດືມ ຢູ່ໃນຮ້ານຂອງຕົນເອງ ເກີນລາຄາໃນທ້ອງຕະຫຼາດທົ່ວໄປ ໂດຍຜູ້ກ່ຽວໄດ້ຍອມຕໍ່ການກະທໍາຕໍ່ລູກຄ້າເຮັດໃຫ້ເກີດຫາງສຽງຢູ່ໃນສັງຄົມ ທ່ານຈິ່ງໄດ້ຂໍອາໄພຕໍ່ສັງຄົມ ແລະ ບັນດາແຂກທີ່ມາອຸດໜູນຮ້ານ.

ຈາກນັ້ນທ່ານ ຈົງວ່າງ ຮອງປະທານ ສະມາຄົມ ກິລາວັນນະຄະດີິພື້ນເມືອງ ໄດ້ມີຄໍາເຫັນຕໍ່ເຫດການທີ່ຂຶ້ນເຊິ່ງທ່ານກ່າວວ່າ ແມ່ນໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ເທດສະການບຸນກິນຈຽງເຜົ່າມົ້ງ ໂດຍສະເພາະແຂວງຂວາງ ຕໍ່ກັບເຫດການດັ່ງກ່າວທາງຄະນະຮັບຜິດຊອບໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານການບໍລິການເອົາໃຈໃສ່ປະຕິບັດກົດລະບຽດ ແລະ ມາດຕະການທີ່ທາງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ເພື່ອໃຫ້ນັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງເມືອງຢາກມາທ່ຽວຊົມແຂວງຊຽງຂວາງກໍຄື ເທດສະການບຸນກິນຈຽງຂອງຊົນເຜົ້າມົ້ງ ໃຫ້ມີຄວາມຝົດຝື້ນມ່ວນຊືນຕະຫຼອດໄປ.
Cr. ໜັງສືພິມຊຽງຂວາງມີໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...