Homeຂ່າວຄວາມສະຫງົບປກສ ເມືອງ ວຽງທອງ ຈັບໂຈນງັດເຮືອນປະຊາຊົນ

ປກສ ເມືອງ ວຽງທອງ ຈັບໂຈນງັດເຮືອນປະຊາຊົນ

Published on

ເຈົ້າໜ້າທີ່ຕໍາຫຼວດ ສືບສວນ-ສອບສວນ ປກສ ເມືອງ ວຽງທອງ ແຂວງບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນວັນທີ 10 ເດືອນທັນວາ 2022 ທີ່ຜ່ານມາ ໄດ້ມີພົນລະເມືອງດີລາຍງານວ່າມີຄົນນໍາເອົາແຫວນຄ້າຍຄືຄໍາມາຂາຍໃຫ້ຕົນ ເຊິ່ງແຫວນດັ່ງກ່າວມີຮູບປະພັນລັກສະນະຄ້າຍຄືກັບຜູ້ເສຍຫາຍໄດ້ມາແຈ້ງໄວ້, ດັ່ງນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ເລັ່ງຕິດຕາມຊອກຄົ້ນຫາເປົ້າໝາຍຕ້ອງສົງໄສຢ່າງຮີບດ່ວນ, ຮອດວັນທີ 12 ທັນວາ 2022 ຈຶ່ງສາມາດກັກຕົວ ທ້າວ ວັນທອງ ແສງພະພົງ ອາຍຸ 19 ປີ, ປະຊາຊົນຢູ່ບ້ານ ນໍ້າຢ້າງ ເມືອງວຽງທອງ ແຂວງ ບໍລິຄໍາໄຊ ຜ່ານການກວດຄົ້ນຕົວ ແລະ ເຮືອນຂອງຜູ້ກ່ຽວພົບເຫັນເຄື່ອງຂອງກາງທີ່ພົວພັນກັບຄະດີຄື: ມີເງິນ 40.000.000 ກີບ, ເງິນກີບຫົວໜາມໃຫ່ຍ 9 ກີບ, ເງິນກີບຫົວໜາມນ້ອຍ 4 ກີບ, ເງິນບີ້ 11 ຫຼຽນ, ເງິນອັດ, ເງິນຊູ 2 ຫຼຽນ, ເງິນຂັນນ້ອຍ 1 ຂັນ, ແຫວນຄ້າຍຄືເງິນ 1 ວົງ, ຕ້າງຫູຄ້າຍຄືເງິນ 1 ຄູ່, ໂຊບປືນສັ້ນK59 01 ໂຊບ, ລູກປືນK59 03 ລູກ.

ຜ່ານການສືບສວນ-ສອບສວນ ທ້າວ ວັນທອງ ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຂອງດັ່ງກ່າວໄດ້ຮັບມາຈາກທ້າວ ສີພອນ ອາຍຸ 16 ປີ ແລະ ທ້າວ ສິງຄໍາ ອາຍຸ 18 ປີ(ຜູ້ເປັນນ້ອງຊາຍ)ເອົາມາຝາກໄວ້ ຕົນຈຶ່ງນໍາເອົາແຫວນຄ້າຍຄືຄໍາໄປຂາຍຢູ່ຮ້ານໜ້າຕະຫຼາດບ້ານນໍ້າຢ້າງ ໄດ້ເງິນ 1.500.000 ກີບ ແລ້ວນໍາໄປໃຊ້ຈ່າຍຫຼິ້ນກິນຟູມເຟືອຍຈົນໝົດ, ມາຮອດວັນທີ 17 ທັນວາ 2022 ພໍ່ແມ່ຜູ້ປົກຄອງ ຈຶ່ງນໍາຕົວ ທ້າວ ສີພອນ ແລະ ທ້າວ ສິງຄໍາ ມາມອບຕົວໃຫ້ແກ່ເຈົ້າໜ້າທີ່ດໍາເນີນການສືບສວນ-ສອບສວນຕາມກົດໝາຍ ເຊິ່ງພວກກ່ຽວທັງສອງໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນຄັ້ງວັນທີ 06 ທັນວາ 2022 ພວກຕົນທັງສອງໄດ້ຮ່ວມກັນລົງມືງັດເຂົ້າເຮືອນຂອງປະຊາຊົນຢູ່ຕໍ່ໜ້າປ່າຊ້ານໍ້າງອມ ບ້ານ ນໍ້າຢ້າງ ເມືອງ ວຽງທອງ ໂດຍໄດ້ຂີ່ລົດຈັກຊ້ອນກັນໄປຈອດປະໄວ້ທາງເຂົ້າປ່າຊ້າແລ້ວຍ່າງໄປໃຊ້ພ້າ ແລະ ເຫຼັກງັດຢາງຕີນລົດທີ່ກຽມມາງັດເຂົ້າປະຕູເຮືອນນ້ອຍ ແລ້ວງັດເຂົ້າປະຕູເຮືອນໃຫ່ຍເຂົ້າໄປກວດຄົ້ນເອົາເຄື່ອງຢູ່ໃນຫ້ອງນອນໄດ້ໂທລະສັບ 02 ເຄື່ອງ.

ຈາກນັ້ນໄດ້ລາກເອົາຕູ້ເຊັບອອກມານອກຫ້ອງແລ້ວເອົາພ້າ ແລະ ເຫຼັກງັດຢາງຕີນລົດມາງັດຝາຕູ້ເຊັບໃຊ້ເວລາງັດປະມານ 01 ຊົ່ວໂມງຈຶ່ງສໍາເລັດ ແລ້ວເກັບເອົາຊັບສິນໃນນັ້ນມີເງິນກີບປະມານ 65.000.000 ກີບ, ຖົງຜ້າສີຟ້າທີ່ບັນຈຸສາຍຄໍຄ້າຍຄືເງິນ 03 ເສັ້ນ, ແຫວນຄ້າຍຄືເງິນ 1 ວົງ, ແຫວນຄ້າຍຄືຄໍາ 01 ວົງ, ເງິນບາດ 5.000 ບາດ, ປື້ມບັນຊີທະນາຄານ 01 ຫົວ, ເງິນຕ່າງປະເທດທີ່ມີໜັງສືຍັນ 01 ໃບ, ເງິນຂັນ ແລະ ເງິນກີບຫົວໜາມຈໍານວນໜຶ່ງ, ເມື່ອລັກເອົາຊັບສິນໄດ້ແລ້ວກໍ່ພາກັນຂັບຂີ່ລົດໄປທາງ ບ້ານ ສົບນາ ເມືອງ ວຽງທອງ ພໍໄປຮອດປ່າແຫ່ງໜຶ່ງກໍ່ໄດ້ເອົາເງິນມາແບ່ງປັນກັນຄົນລະ 35.000.000 ກີບ, ສ່ວນຖົງທີ່ບັນຈຸເຄື່ອງເງິນກີບເງິນຂັນແມ່ນທ້າວ ສີພອນ ເກັບຮັກສາໄວ້, ມື້ຕໍ່ມາ ວັນທີ 7 ທັນວາ 2022 ກໍ່ໄດ້ເອົາໄປຝາກໄວ້ນໍາ ທ້າວ ວັນທອງ ໂດຍບອກວ່າເຄື່ອງດັ່ງກ່າວພວກຕົນໄດ້ໄປລັກມາ ແລະ ພວກຕົນກໍ່ໄດ້ແບ່ງເງິນທີ່ລັກມາໄດ້ໃຫ້ທ້າວ ວັນທອງ ຄົນລະ 8.000.000 ກີບ, ລວມເປັນ 16.000.000 ກີບ.

ທ້າວ ສີພອນ ແລະ ທ້າວ ສິງຄໍາ ຍັງໄດ້ໃຫ້ການຕື່ມວ່າ: ກ່ອນໜ້ານີ້ໃນຄັ້ງວັນທີ 26 ພະຈິກ 2022 ໄດ້ຮ່ວມມືກັນງັດເຮືອນຫຼັງໜຶ່ງຢູ່ທີ່ບ້ານ ນໍ້າຢ້າງ ເມືອງວຽງທອງ ໄດ້ສາຍຄໍຄ້າຍຄືຄໍາ 1 ເສັ້ນ, ຕ້າງຫູຄ້າຍຄືຄໍາ 01 ກິ່ງ, ປືນສັ້ນ 01 ກະບອກ, ລູກປືນ 09 ລູກ, ເງິນ 5.200.000 ກີບ, ບັດຕື່ມເງິນໂທລະສັບ 10 ບັດ, ຈາກນັ້ນກໍ່ພາກັນຂັບຂີ່ລົດຈັກເອົາສາຍຄໍຄໍາໄປຂາຍຢູ່ທາງແບ່ງ ບ້ານ ເຫຼົ່າ ເມືອງ ວຽງທອງ ໄດ້ເງິນ 15.000.000 ກີບ ແລ້ວກໍ່ເອົາເງິນທັງໝົດມາແບ່ງປັນກັນຄົນລະ 10.000.000 ກີບ. ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ ປກສ ເມືອງວຽງທອງ ແຂວງ ບໍລິຄໍາໄຊໄດ້ໃຫ້ຮູ້ຕື່ມວ່າ: ທ ສິງຄຳ ແລະ ທ້າວ ສີພອນ ແມ່ນກະທໍາຜິດຂໍ້ຫາລັກຊັບ ຕາມມາດຕາ 231 ສ່ວນທ້າວ ວັນທອງ ແມ່ນກະທໍາຜິດໃນຂໍ້ຫາການຊູກເຊືອງຂອງຜິດກົດໝາຍ ຕາມມາດຕາ 244 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ, ປະຈຸບັນເຈົ້າໜ້າທີ່ພວມສືບຕໍ່ດໍາເນີນການສືບສວນ-ສອບສວນ ຕໍ່ພວກກ່ຽວທັງ 03 ຄົນຢ່າງລະອຽດຖີ່ຖ້ວນ, ຖືກຕ້ອງ, ພາວະວິໄສ ເພື່ອດໍາເນີນຄະດີຕໍ່ພວກກ່ຽວຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ: ຄວາມສະຫງົບແຂວງບໍລິຄຳໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...