Homeປຸ້ນຊັບມ້າງຄະດີລັກລົດຈັກ ຈັບຜູ້ກໍ່ເຫດໄດ້ 15 ຄົນ

ມ້າງຄະດີລັກລົດຈັກ ຈັບຜູ້ກໍ່ເຫດໄດ້ 15 ຄົນ

Published on

ໃນເດືອນກໍລະກົດ ຫາ ເດືອນຕຸລາຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວວຽງຈັນ ( ນວ ) ສາມາດມ້າງຄະດີລັກຊັບ ( ລົດຈັກ ) ໄດ້ 2 ເລື່ອງ, ຈັບຜູ້ຖືກຫາໄດ້ 15 ຄົນ; ໃນນີ້, ມີຜູ້ຖືກຫາຊື້ຊັບຜິດກົດໝາຍ 9 ຄົນ ເກັບກູ້ລົດຄືນມາໄດ້ 7 ຄັນ ລວມຜົນເສຍຫາຍລົດ 18 ຄັນ.

ຄະດີເລື່ອງທີ 1 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດຈັບຜູ້ຖືກຫາໄດ້ 2 ຄົນ ຄື: ທ້າວ ບ໋ອບບີ້ ອາຍຸ 19 ປີ ຢູ່ບ້ານໜອງປາໄນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ຕ້ອງ ອາຍຸ 22 ປີ ຢູ່ບ້ານທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ ໄດ້ຮ່ວມກັນເຄື່ອນໄຫວຊອກລັກລົດຈັກໃນນະຄອນຫຼວງວຽງຈັນ ໄດ້ຈໍານວນ 11 ຄັນ, ສາມາດຕິດຕາມຈັບຜູ້ຊື້ຊັບຜິດກົດໝາຍ ( ລົດຈັກ ) ໄດ້ຕື່ມອີກ 9 ຄົນຊື່: 1. ທ້າວ ສຸກັນຍາ ອາຍຸ 23 ປີ ບ້ານໜອງບົວ ເມືອງ ແລະ ແຂວງສາລະວັນ ພັກເຊົາຢູ່ບ້ານດົງໂດກ ເມືອງໄຊທານີ ນວ ; 2. ທ້າວ ບ໋ອບບີ້ ອາຍຸ 15 ປີ ບ້ານທ່າສະຫວ່າງ ເມືອງໄຊທານີ ນວ; 3. ທ້າວ ທົດສະກັນ ອາຍຸ 15 ປີ ຢູ່ບ້ານໂນນບໍ່ແກ້ວ ເມືອງໄຊທານີ ນວ; 4. ທ້າວ ຂັນ ອາຍຸ 50 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນວ; 5. ທ້າວ ບຸນຈັນ ອາຍຸ 38 ປີ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນວ; 6. ທ້າວ ຫັດສະດີ ອາຍຸ 18 ປີ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນວ; 7. ທ້າວ ລີໂອ ອາຍຸ 21 ປີ ປະຊາຊົນບ້ານນາແຫ່ນ ເມືອງກາສີ ແຂວງວຽງຈັນ; 8. ທ້າວ ລາຍ ແຊເຕີນ ອາຍຸ 25 ປີ ຢູ່ບ້ານໂຮມພັນ ເມືອງວຽງໄຊ ແຂວງຫົວພັນ ພັກເຊົາຢູ່ບ້ານນາທອນ ເມືອງນາຊາຍທອງ ນວ ແລະ 9. ທ້າວ ຕີໃຫຍ່ ອາຍຸ 18 ປີ ຢູ່ບ້ານໄຊສະຫ່ວາງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ພັກເຊົາຢູ່ ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນວ ແລະ ສາມາດເກັບກູ້ລົດຄືນມາໄດ້ທັງໝົດ 4 ຄັນ ຍັງ 7 ຄັນ.

ຄະດີເລື່ອງທີ 2 ແມ່ນມ້າງໄດ້ໃນວັນທີ 21 ກໍລະກົດ 2022 ຈັບຜູ້ຖືກຫາໄດ້ 4 ຄົນ ຊື່ທ້າວ ອານຸ ອາຍຸ 22 ປີ ແລະ ທ້າວ ອານຸຄອນ ຫຼື ຕຸ້ຍ ອາຍຸ 25 ປີ ທັງສອງຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນວ ພັກເຊົາຢູ່ບ້ານດອນໜູນ ເມືອງໄຊທານີ ນວ; ທ້າວ ນາມມະແກ້ວ ຫຼື ແກ້ວ ອາຍຸ 22 ປີ ຢູ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນວ; ປັດຈຸບັນຄະດີລັກຊັບທັງສອງເລື່ອງນີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈະໄດ້ສືບຕໍ່ສອບສວນຂະຫຍາຍຜົນເພື່ອຕິດຕາມໄລ່ຊອກໄລ່ຈັບຜູ້ຖືກຊັດທອດມາດໍາເນີນຄະດີ ພ້ອມທັງສືບຕໍ່ຕິດຕາມນໍາເກັບກູ້ລົດຂອງກາງທີ່ເຫຼືອ ແລະ ກຽມສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນສັງຟ້ອງສານຕັດສິນຕາມກົດໝາຍ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...