spot_img
Homeຂ່າວຕ່າງປະເທດຍີ່ປຸ່ນຫິມະຕົກໜັກສົ່ງຜົນກະທົບຫຼາຍຕໍ່ປະຊາຊົນ

ຍີ່ປຸ່ນຫິມະຕົກໜັກສົ່ງຜົນກະທົບຫຼາຍຕໍ່ປະຊາຊົນ

Published on

ພື້ນທີ່ທາງຕາເວັນຕົກຂອງຍີ່ປຸ່ນກຳລັງພົບກັບຫິມະທີ່ຕົກໜັກ ເຮັດໃຫ້ການສັນຈອນຕິດຂັດຫຼາຍ ແລະ ໄຟຟ້າດັບ ສົ່ງຜົນກະທົບໃຫ້ແກ່ປະຊາຊົນຫຼາຍກວ່າ 20.000 ຫຼັງຄາເຮືອນ.

ຍີ່ປຸ່ນປະເຊີນກັບສະພາບອາກາດໜາວຫຼາຍ ແລະ ມີຫິມະຕົກໜັກໃນຫຼາຍແຂວງ ໂດຍສະເພາະແມ່ນແຂວງນີງາຕະ ເຊິ່ງຕັ້ງຢູ່ດ້ານຕາເວັນຕົກຂອງປະເທດ ສົ່ງຜົນໃຫ້ການສັນຈອນຕາມຖະໜົນຫົນທາງຕິດຂັດ ບໍ່ສາມາດເໜັງຕີງໄດ້ ມີລົດຫຼາຍຮ້ອຍຄັນທີ່ຖືກຫິມະປົກຄຸມ ເສັ້ນທາງຫຼັກຕ່າງໆກໍບໍ່ສາມາດສັນຈອນໄດ້ ມີລົດຕິດຍາວໄປຕາມໄລຍະທາງຫຼາຍກວ່າ 20 ກິໂລແມັດ ນອກຈາກນັ້ນຍັງໄດ້ມີການຍົກເລີກຂະບວນລົດໄຟໃນມື້ນີ້.

ຂະນະດຽວກັນມີລາຍງານຕື່ມອີກວ່າກະແສໄຟຟ້າໄດ້ມີການດັບເປັນວົງກວ້າງໃນແຂວງນີງາຕະ ໂດຍມີປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 20.000 ຫຼັງຄາເຮືອນ.

ຈົນຮອດຕອນນີ້ມີໜ່ວຍງານບັນເທົາທຸກ ແລະ ກອງກຳລັງປ້ອງກັນຂອງຍີ່ປຸ່ນໄດ້ມີການກະຈາຍກຳລັງລົງພື້ນທີ່ເພື່ອໃຫ້ຄວາມຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນຂອງປະຊາຊົນ ຈາກບັນຫາການຈາລະຈອນຕິດຂັດຈາກສະພາບອາກາດ ແລະ ຫິມະ ຕາມຄຳຮ້ອງຂອງລັດຖະບານທ້ອງຖິ່ນ.

ແຫຼ່ງຂ່າວ Japan Today

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...