Homeຂ່າວຕ່າງປະເທດນັກກິລາບານເຕະອີຣານຖືກຕັດສິນປະຫານຊີວິດຖານເຂົ້າຮ່ວມການປະທ້ວງ

ນັກກິລາບານເຕະອີຣານຖືກຕັດສິນປະຫານຊີວິດຖານເຂົ້າຮ່ວມການປະທ້ວງ

Published on

ສະຫະພັນບານເຕະຟິຟໂປຣຂອງອີຣານ ໄດ້ອອກມາຖະແຫຼງການວ່າ ຮູ້ສຶກຕົກໃຈ ແລະ ເສຍໃຈ ພາຍຫຼັງທີ່ມີລາຍງານວ່າ ອາເມຍ ນາເຊີ-ອະຊາດານີ ນັກກິລາບານເຕະອີຣານ ຖືກຕັກສິນປະຫານຊີວິດ ເນື່ອງຈາກໄດ້ເຂົ້າຮ່ວມການປະທ້ວງຮຽກຮ້ອງສິດທິແມ່ຍິງ ທີ່ມີການປະທ້ວງທົ່ວປະເທດອີຣານ ສະຫະພັນຍັງຮຽກຮ້ອງໃຫ້ຍົກເລີກໂທດດັ່ງກ່າວ.

ວັນທີ 12 ທັນວາ 2022 ສະຫະພັນບານເຕະຟິຟໂປຣ ໂພສຂໍ້ຄວາມທາງ Twitter ຢ່າງເປັນທາງການວ່າ: ຮູ້ສຶກຕົກໃຈ ແລະ ຫົດຫູ່ທີ່ໄດ້ຍິນຂ່າວວ່າ ອາເມຍ ນາເຊີ-ອະຊາດານີ ນັກກິລາບານເຕະຕ້ອງຖືກປະຫານຊີວິດທີ່ປະເທດອີຣານ ຂໍ້ຫາຕໍ່ຕ້ານດ້ານສິດທິ ແລະ ເສລີພາບຂອງແມ່ຍິງໃນປະເທດຕົນເອງ ເຊິ່ງສະຫະພັນກໍຂໍຢຄຽງຂ້າງ ອາເມຍ ແລະ ຮຽກຮ້ອງໃຫ້ຍົກເລີກການລົງໂທດໃນທັນທີ.

ອາເມຍ ນາເຊີ-ອະຊາດານີ ອາຍຸ 26 ປີ ໄດ້ເຂົ້າຮ່ວມການປະທ້ວງຕໍ່ຕ້ານລັດຖະບານທີ່ກຳລັງຮຸນແຮງໃນປະເທດອີຣານ ເນື່ອງຈາກການເສຍຊີວິດຂອງ ມາຊາ ອາມິນີ ອາຍຸ 22 ປີ ທີ່ຖືກເຈົ້າໜ້າທີ່ຂອງທາງການທໍລະມານຈົນເສຍຊີວິດ ຕັ້ງແຕ່ເດືອນກັນຍາທີ່ຜ່ານມາ ເພາະລາວໄດ້ລະເມີດກົດການໃສ່ຜ້າຄຸມຫົວ.

ແຫຼ່ງຂ່າວຈາກ NY Post

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...