spot_img
Homeຂ່າວພາຍ​ໃນປກສ ແຂວງຫຼວງພະບາງ ສາມາດມ້າງກຸ່ມແກ້ງເຄືອຄ່າຍຄ້າ-ຂາຍຢາເສບຕິດ 248 ເລື່ອງ

ປກສ ແຂວງຫຼວງພະບາງ ສາມາດມ້າງກຸ່ມແກ້ງເຄືອຄ່າຍຄ້າ-ຂາຍຢາເສບຕິດ 248 ເລື່ອງ

Published on

ໃນປີ 2022 ກອງບັນຊາການ ປກສ ແຂວງຫຼວງພະບາງ ສາມາດມ້າງກຸ່ມແກ້ງເຄືອຄ່າຍຄ້າ-ຂາຍຢາເສບຕິດລາຍໃຫຍ່ ລາຍກາງ ແລະ ລາຍຍ່ອຍ ໄດ້ທັງຫມົດ ກັກຕົວຜູ້ຖືກຫາ 386 ຄົນ ຍິງ 40 ຄົນ ຢຶດຂອງກາງບ້າໄດ້ຈໍານວນ 4.070.131 ເມັດ.

ພັອ ຕຸຊົງ ປັດໄຈ ຫົວຫນ້າກອງບັນຊາການ ປກສ ແຂວງຫຼວງພະບາງ ກ່າວໃນກອງປະຊຸມສະຫຼຸບ ວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ໃນ ວັນທີ 16 ທັນວາ ນີ້ວ່າ: ນັບແຕ່ໄດ້ຮັບຮອງເອົາການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ມາເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເປັນຕົ້ນມາ ກໍາລັງວິຊາສະເພາະຂອງພວກເຮົາ ສາມາດມ້າງກຸ່ມແກ້ງເຄື່ອຄ່າຍຄ້າ ຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍໄດ້ ທັງຫມົດ 248 ເລື່ອງ, ກັກຕົວຜູ້ຖືກຫາ 386 ຄົນ ຍິງ 40 ຄົນ, ຄົນຕ່າງປະເທດ 4 ຄົນ; ຢຶດຢາບ້າ ຈໍານວນ 4.070.131 ເມັດ ຫຼື 407.013,1 ກຼາມ, ຢາບ້າເມັດສີຂຽວ ຈໍານວນ 900 ກຼາມ, ເຮໂລອິນ ຈໍານວນ 458,9 ກຼາມ, ຝຸ່ນສີຂາວຄ້າຍຄືເຮໂຣອີນ ຈໍານວນ 385,4 ກິໂລກຼາມ, ຢາໄອສ໌ ຈໍານວນ 1.384,1 ກຼາມ, ຄ້າຍຄືຢາໄອສ໌ ຈໍານວນ 263,3 ກິໂລກຼາມ, ນ້ໍາຕົ້ມໃບກະທ່ອມ ຈໍານວນ 13 ຕຸກ, ຄ້າຍຄືໂຄເຄນ ຈໍາ ນວນ 1.822.6 ກິໂລກຼາມ, ຢາອີເມັດສີຂຽວ, ເມັດສີສົ້ມ ແລະ ເມັດສີຟ້າ ຈໍານວນ 85,7 ກຼາມ, ຢາຝິ່ນ ຈໍາ ນວນ 3.651.4 ກຼາມ, ຝຸ່ນສີ ເທົ່າຄ້າຍຄືມອກຝິ່ນ ຈໍານວນ 207 ກຼາມ, ຝຸ່ນສີສົ້ມຈໍານວນ 200 ກຼາມ, ຝຸ່ນຢາ ບ້າສີແດງ ຈໍານວນ 142,5 ກຼາມ, ຝຸ່ນສີໃບຕອງອ່ອນ 114,3 ກຼາມ; ຢຶດພາຫະນະລົດໃຫຍ່ ຈໍານວນ 18 ຄັນ, ລົດຈັກ 72 ຄັນ; ໂທລະສັບມືຖື ຈໍານວນ 300 ເຄື່ອງ; ຢຶດອາວຸເສີກໄດ້ຄື: ປືນກັກບີນ ຈໍານວນ 2 ກະບອກ ພ້ອມແມັກ 2 ແມັກ ແລະ ລູກກະສຸນ 40 ລູກ, ປືນເບີ 1 ກະບອກ ພ້ອມລູກກະສຸນ 7 ລຸກ, ປືນ ສັ້ນ ຈໍານວນ 4 ກະບອກ, ຫມາກແຕກ ຈໍານວນ 1 ຫນ່ວຍ ແລະ ອາຍັດເຮືອນ 3 ຫຼັງ, ທີ່ດີນຈໍານວນ 6 ຕອນ.

ນອກຈາກນີ້ ກໍາລັງປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ຍັງສາມາດເກັບກໍາສະຖິຕິເປົ້າຫມາຍ ຜູ້ເສບຢາເສບຕິດໃນທົ່ວແຂວງ ໄດ້ຈໍານວນ 10.584 ຄົນ ຍິງ 296 ຄົນ; ໃນນີ້ ມີຜູ້ເສບຢາບ້າ 10.160 ຄົນ ຍິງ 212 ຄົນ, ຜູ້ເສບຝິ່ນ 424 ຄົນ ຍິງ 84 ຄົນ; ພ້ອມດຽວກັນນີ້ ຍັງໄດ້ສົມທົບກັບອໍານາດການປົກຄອງ ເມືອງໂພນທອງ, ເມືອງນໍ້າບາກ, ກໍາລັງ ປກຊ-ປກສ ຂັ້ນເມືອງ, ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງສໍາ ຫຼວດພື້ນທີ່ລັກລອບປູກຝິ່ນ ພົບເຫັນພື້ນທີ່ລັກລອບປູກຝິ່ນຢູ່ເມືອງໂພນທອງ ແລະ ເມືອງນໍ້າບາກກວມເອົາ 27 ບ້ານ, ຈໍານວນ 385 ຄອບຄົວມີ 420 ຕອນ ມີຈໍານວນ 198,14 ເຮັກຕາ ແລະ ໄດ້ທໍາລາຍສວນຝິ່ນ ທັງຫມົດ 137,89 ເຮັກຕາ ແລະ ໄດ້ມອບໃຫ້ອໍານາດການປົກຄອງທ້ອງຖິ່ນ, ກໍາລັງ ປກຊ-ປກສ ເມືອງ ສືບຕໍ່ກວດກາຕິດຕາມ ແລະ ທໍາລາຍໄປພ້ອມກັນ ພ້ອມທັງໄດ້ສຶກສາອົບຮົມ ກ່າວເຕືອນພໍ່-ແມ່ປະຊາຊົນບັນດາເຜົ່າທີ່ລັກລອບປູກຝິ່ນຢູ່ໃນບ້ານເປົ້າຫມາຍບໍ່ໃຫ້ກັບຄືນມາປູກຝິ່ນອີກ.

ແຫຼ່ງຂ່າວຈາກ ຄວາມສະຫງົບ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...