spot_img
Homeຂ່າວກິລາກັນຕະນາ ກວາດ 4 ຫຼຽນຄຳ ຍິງປືນ ຊຽງຂວາງ ເກມ

ກັນຕະນາ ກວາດ 4 ຫຼຽນຄຳ ຍິງປືນ ຊຽງຂວາງ ເກມ

Published on

ນາງ ກັນຕະນາ ໄຊຍະລາດ ສາວນັກກິລາແມ້ນປືນມືໃໝ່ ເກີດຢູ່ບ້ານໜອງບອນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ) ມີເວລາຝຶກຊ້ອມພຽງ 2 ເດືອນ ແຕ່ສາມາດແຈ້ງເກີດກວາດ 4 ຫຼຽນຄຳ ກາຍເປັນສາວຮີໂຣຊາວ ນວ ກໍຄື ພາທັບນັກແມ້ນປືນ ນວ ສ້າງຜົນງານລື່ນຄາດໝາຍ ໃຫ້ທັບນັກກິລານະຄອນຫຼວງວຽງຈັນ ປິດສາກການແຂ່ງຂັນກິລາຍິງປືນສັ້ນແກັບກາງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ.

 

ການແຂ່ງຍິງປືນ ຊຽງຂວາງ ເກມ ໄດ້ດຳເນີນແຂ່ງຂັນໄລຍະສຸດທ້າຍ ລະຫວ່າງວັນທີ 14-15 ທັນວາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບ ຫຼື ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ, ກ່ອນໃນວັນທີ 16 ທັນວາ ຜ່ານມາ ຈະມີພິທີມອບ-ຮັບຫຼຽນເປັນທາງການ ຊຶ່ງການແຂ່ງຂັນຊີງໄຊກັນທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງ ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕິ ກະຊວງປ້ອງກັນຄວາມສະຫງົບ ທັງເປັນປະທານສະຫະພັນຍິງປືນແຫ່ງຊາດລາວ ພ້ອມດ້ວຍຄະນະສະຫະພັນຍິງປືນແຫ່ງຊາດ, ບັນດາແຂວງ, ຄູຝຶກ ແລະ ນັກກິລາ ຢ່າງພ້ອມພຽງ.

ການແຂ່ງຂັນກິລາຍິງປືນ ງານກິລາ ຊຽງຂວາງ ເກມ ແບ່ງເປັນ 3 ໄລຍະ ຄື: ໄລຍທີ 1 ແຕ່ວັນທີ 14-20 ພະຈິກ 2022 ແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ໄລຍະທີ 2 ແຕ່ວັນທີ 25-28 ພະຈິກ 2022 ແຂ່ງຂັນຢູ່ນະຄອນຫຼວງວຽງຈັນເຊັ່ນກັນ ແລະ ໄລຍະທີ 3 ແຂ່ງຂັນຢູ່ແຂວງຊຽງຂວາງ 14-16 ທັນວາ 2022. ໂດຍມີນັກກິລາເຂົ້າຮ່ວມການແຂ່ງຂັນທີ່ມາຈາກກະຊວງປ້ອງກັນປະເທດ (ປກຊ), ກະຊວງປ້ອງກັນຄວາມສະຫງົບ (ປກສ), ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຜົ້ງສາລີ, ຄຳມ່ວນ, ຫົວພັນ, ສະຫວັນນະເຂດ ແລະ ເຈົ້າພາບ ຊຽງຂວາງ, ມີການຊີງໄຊກັນທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜົນການແຂ່ງຂັນປະກົດວ່າ ນັກກິລາຍິງປຶນຈາກນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 17 ຫຼຽນທອງ ຈັດຢູ່ໃນອັນດັບ 3 ຂອງຕາຕະລາງ. ຊຶ່ງຫຼຽນຄຳ ໄດ້ຈາກລາຍການບຸກຄົນຍິງ 15 ແມັດ, ທີມຍິງ, ບຸກຄົນຍິງ 25 ແມັດ, ທີມຍິງ ປືນຍາວເປົ້າເລື່ອນ 10 ແມັດ, ບຸກຄົນຍິງ ແລະ ປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຊາຍ. ສ່ວນອັນດັບທີ 1 ເປັນຂອງ ປກຊ ຍາດໄດ້ 11 ຫຼຽນຄຳ, 14 ຫຼຽນເງິນ ແລະ 12 ຫຼຽນທອງ, ອັນດັບທີ 2 ປກສ ຍາດໄດ້ 11 ຫຼຽນຄຳ, 11 ຫຼຽນເງິນ ແລະ 14 ຫຼຽນທອງ.

ນາງ ກັນຕະນາ ໄຊຍະລາດ ໃຫ້ສຳພາດວ່າ: ການຍາດຫຼຽນຄຳມາຄອງໃນ ຊຽງຂວາງ ເກມ 2022 ເປັນຄວາມພາກພູມໃຈຫຼາຍ ເພາະຕົນເອງເປັນນັກກິລາມືໃໝ່ ກ່ອນເຂົ້າຮ່ວມກໍຫວັງພຽງແຕ່ຈະເຮັດໃຫ້ດີທີ່ສຸດ ເພາະໄດ້ເປັນຕົວແທນໃຫ້ນັກກິລາຊາວນະຄອນຫຼວງວຽງຈັນ ໃນລາຍການທໍາອິດທີ່ຕົນໄດ້ເຂົ້າມາເປັນນັກກິລາຍິງປືນຮ່ວມແຂ່ງຂັນງານຄັ້ງນີ້ ແຕ່ທີ່ໜ້າປະທັບໃຈສຸດ ນ້ອງສາມາດຍາດໄດ້ 4 ຫຼຽນຄຳ ສ້າງຜົນປະໂຫຍດໃຫ້ທັບນັກກິລາຍິງປືນນະຄອນຫຼວງວຽງຈັນ ໄດ້ລື່ນຄາດໝາຍ ຜົນງານດັ່ງກ່າວນີ້ ໄດ້ມາກໍຍ້ອນຄວສມເອົາໃຈໃສ່ຂອງສະຫະພັນຍິງປືນ ນະຄອນຫຼວງ ກໍຄື ຄູຝຶກ ເອົາໃຈໃສ່ແນະນຳການຊ້ອມຕະຫຼອດໄລຍະເກັບຕົວ ເລີ່ມຕັ້ງແຕ່ຂັ້ນພື້ນຖານ ແລະ ເຕັກນິກຕ່າງໆ ອີກສ່ວນໜຶ່ງແມ່ນມາຈາກຄອບຄົວ ໝູ່ເພື່ອນ ທີ່ໄດ້ຊຸກຍູ້ສົ່ງເສີມຕະຫຼອດມາ ສິ່ງສຳຄັນອີກ ກໍຄື ແມ່ນມາຈາກພໍໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ສົ່ງກຳລັງໃຈຕະຫຼອດໄລຍະເຂົ້າຮ່ວມການແຂ່ງຂັນ ຈົນສາມາດສ້າງຜົນງານໃນງານຄັ້ງນີ້ິ້.

ທີ່ມາ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...