Homeຂ່າວຕ່າງປະເທດສຳເລັດການປະສົມທາດນິວເຄຍ ເພື່ອສ້າງພະລັງງານສະອາດ

ສຳເລັດການປະສົມທາດນິວເຄຍ ເພື່ອສ້າງພະລັງງານສະອາດ

Published on

ນັກວິທະຍາສາດອາເມຣິກາ ໃນລັດຄາລິຟໍເນຍ ກ່າວໃນວັນອັງຄານ ທີ 14 ທັນວາາ 2022 ຜ່ານມາວ່າ: ພວກເຂົາປະສົບຜົນສໍາເລັດໃນການທົດລອງທີ່ສໍາຄັນ. ຈາກການສ້າງພະລັງງານໂດຍການປະສົມທາດນິວເຄຍ ຂອງອະຕອມແສງໃນປະຕິກິລິຍາ “nuclear fusion” ຖືເປັນບາດກ້າວທໍາອິດຂອງໂລກ ໃນຫົນທາງອັນໄກໃນການສ້າງພະລັງງານໄຟຟ້າດ້ວຍພະລັງງງານສະອາດ.

ການທົດລອງທີ່ເປັນກ້າວສຳຄັນຄັ້ງນີ້ເກີດຂຶ້ນເມື່ອວັນທີ 5 ທັນວາ 2022 ທີ່ຜ່ານມາ, ເມື່ອນັກວິທະຍາສາດ ສະຖາບັນ Lawrence Livermore National Lab ທົດລອງການຍິງເລເຊີ້ເພື່ອເຊື່ອມອະຕອມຂອງແສງສອງໜ່ວຍເຂົ້ານຳກັນ ແລະ ສາມາດເຮັດໃຫ້ກຂະບວນການດັ່ງກ່າວມີພະລັງງານເພີ່ມຂຶ້ນຕາມຂໍ້ມູນຈາກຖະແຫຼງການຂອງກະຊວງພະລັງງານສະຫະລັດ.

ທ່ານ ຄິມເບີລີ້ ຜູ້ອຳນວຍການ Lawrence Livermore National Lab ກ່າວວ່າ: ອີກ 10 ປີຂ້າງໜ້າ ຂະບວກການດັ່ງກ່າວ ເຊິ່ງເປັນປະຕິກິລິຍາ ການປະສົມທາດນິວເຄຍ ຈະສາມາດນຳໄປຂະຫຍາຍຜົນເພື່ອໃຊ້ສຳລັບໂຮງງນໄຟຟ້າໄດ້.

ໃນປັດຈຸບັນ, ມີ​ຫຼາຍ​ບໍລິສັດ​ສຸມ​ໃສ່​ພັດທະນາ​ພະລັງງານຈາກປະຕິກິລິຍາ “ການປະສົມທາດນິວເຄຍ ” ໜຶ່ງໃນນັ້ນກໍ່ແມ່ນ Focused Energy, ເຊິ່ງໄດ້ລະດົມທຶນຈາກພາກລັດ ແລະ ເອກະຊົນ 5 ຕື້ໂດລາ. ນອກຈາກນີ້ຍັງມີບໍລິສັດ Commonwealth Fusion ທີ່ຕ້ອງການພັດທະນາຂະບວນການສໍາລັບການລວມເອົາອະຕອມແສງດ້ວຍແມ່ເຫຼັກ ແທນການຍິງແສງເລເຊີ້.

ແຫຼ່ງຂ່າວ: VOA

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...