Homeຂ່າວຕ່າງປະເທດຈີນປະກາດຜ່ອນມາດຕະການໂຄວິດໃນຮອບ 3 ປີ

ຈີນປະກາດຜ່ອນມາດຕະການໂຄວິດໃນຮອບ 3 ປີ

Published on

ໃນວັນທີ່ 7 ທັນວາ 2022 ຕາມການລາຍງານຜ່ານສະຖານີໂທລະທັດ CCTV ຂອງລັດຖະບານຈີນ ເປີດເຜີຍວ່າ: ລັດຖະບານຈີນ ໄດ້ປະກາດນະໂຍບາຍແນວທາງໃໝ່ 10 ຂໍ້ ທີ່ຜ່ອນມາດຕະການຄວບຄຸມໂຄວິດ ໂດຍສະເພາະແມ່ນອະນຸຍາດໃຫ້ກັກໂຕຢູ່ບ້ານໄດ້ ແລະ ຍົກເລີກການສະແດງຜົນກວດໂຄວິດໃນສະຖານທີ່ສາທາລະນະເຊັ່ນ ສວນສາທາລະນະ ຮ່າງຮ້ານ ອາຄານສຳນັກງານ ແລະ ສະໜາມບິນ.

ຖືເປັນການປ່ຽນແປງຄັ້ງທຳອິດໃນມາດຕະການໂຄວິດ ທີ່ທາງການຈີນໄດ້ເລີ່ມຜ່ອນມາດຕະການຄວບຄຸມໂຄວິດ ທີ່ເຂັ້ມງວດທີ່ສຸດໃນໂລກ ແລະ ຈີນໃກ້ຈະກັບມາເປັນປົກກະຕິ ຫຼັງການລະບາດຄັ້ງໃຫຍ່ໃນຊ່ວງ 3 ປີທີ່ຜ່ານມາ, ການຜ່ອນມາດຕະການນີ້ ມີຂຶ້ນຫຼັງຈາກການປະທ້ວງໃຫຍ່ໃນຫຼາຍໆເມືອງທົ່ວປະເທດ.

ໃນນັ້ນ ນະໂຍບາຍ 10 ຂໍ້ ທີ່ຈີນໄດ້ປະກາດມີຄື:

  1. ຫ້າມມີການລັອກດາວ ປິດຕຶກອາຄານ ທີ່ພັກອາໄສແບບເໝົາລວມ ອະນຸຍາດໃຫ້ປິດແຕ່ເຂດທີ່ມີຄວາມສ່ຽງເທົ່ານັ້ນ.
  2. ຫຼຸດການກວດໂຄວິດແບບເໝົາລວມ ຈະບໍ່ມີການກວດແບບທຸກໆຄົນໃນເມືອງ ການເດີນທາງຂ້າມເມືອງບໍ່ຈຳເປັນຕ້ອງສະແດງຜົນກວດໂຄວິດ.
  3. ຜູ້ທີ່ມີອາການໜ້ອຍ ຫຼື ບໍ່ມີອາການ ບໍ່ຈຳເປັນຕ້ອງກັກໂຕໃນສະຖານທີ່ກັກໂຕ ບໍ່ຕ້ອງເຂົ້າຮັບການຮັກສາ ສາມາດກັກໂຕພາຍໃນບ້ານໄດ້ ໃນໄລຍະ 7 ມື້ ຖ້າວ່າຜົນກວດເປັນລົບ 2 ຄັ້ງ ສາມາດອອກຈາກບ້ານໄດ້.
  4. ການລັອກດາວ ຈະເປັນໄປໃນຮູບແບບ ລັອກ ແລະ ຍົກເລີກຢ່າງໄວ ເມື່ອບໍ່ມີຜູ້ຕິດເຊື້ອລາຍໃໝ່ໃນ 5 ມື້ ຈະຕ້ອງປົດລັອກທັັນທີ.
  5. ຮ້ານຂາຍຢາ ຕ້ອງເປີດຕາມປົກກະຕິ ແລະ ສາມາດຊື້ຢາດີຫວັດ ໄຂ້ ໄອ ໄດ້ໂດຍບໍ່ຕ້ອງອອກໃບຢັ້ງຢືນຈາກແພດ.
  6. ເລັ່ງການຊີດວັກຊີນໃຫ້ຜູ້ສູງອາຍຸ 60 ປີ ຂຶ້ນໄປ ໃຫ້ໄດ້ຫຼາຍທີ່ສຸດ ເລັ່ງເພີ່ມຊ່ອງທາງບໍລິການພິເສດຕ່າງໆ.
  7. ເບິ່ງແຍງຄົນທີ່ມີພະຍາດປະຈຳໂຕ ແລະ ຜູ້ສູງອາຍຸ ໃຫ້ໄດ້ຮັບການຮັກສາໄດ້ຢ່າງສະດວກວ່ອງໄວ.
  8. ຫຼຸດການຈຳກັດການເດີນທາງ ບໍ່ຢຸດການເຮັດວຽກ ການຜະລິດ ຫຼື ເຮັດໃຫ້ການດຳເນີນທຸລະກິດມີຄວາມຂັດຂ້ອງ.
  9. ຫ້າມປິດທາງອອກ ຫ້າມສ້າງການກີດຂວາງ ເຊັ່ນ ທາງໜີໄຟ ທາງເຂົ້າ-ອອກຕຶກ ທີ່ຢູ່ອາໄສ.
  10. ໂຮງຮຽນທີ່ບໍ່ມີການລະບາດ ຫ້າມສອນອອນລາຍ ໃຫ້ດຳເນີນທຸກຢ່າງປົກກະຕິເຊັ່ນ ຮ້ານຄ້າ ຫ້ອງສະໝຸດ ສະໜາມກິລາ ຕ້ອງເປີດເປັນປົກກະຕິ, ສ່ວນເຂດທີ່ລະບາດໃນໂຮງຮຽນ ໃຫ້ກຳນົດເຂດຢ່າງຖືກຕ້ອງ ຖ້າບໍ່ໄດ້ຢູ່ໃນເຂດສ່ຽງກໍໃຫ້ດຳເນີນຕາມປົກກະຕິ.

ແຫຼ່ງຂ່າວ CNN, Bloomberg

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...