spot_img
Homeຂ່າວທ້ອງຖິ່ນພິທີເປີດຫລຽນຈຳລອງຫົວພັນວິລະຊົນ

ພິທີເປີດຫລຽນຈຳລອງຫົວພັນວິລະຊົນ

Published on

ໃນວັນທີ 7 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ຕິດກັບໜ່ວຍແກ້ວຫລັກເມືອງ ເທສະບານ ເມືອງຊຳເໜືອແຂວງຫົວພັນ ຈັດພິທີເປີດຫລຽນຈຳລອງຫົວພັນວິລະຊົນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳແຂວງ, ການນຳ 10 ເມືອງ, ພະນັກງານອາວຸດໂສບຳນານປະຕິວັດ, ພະນັກ ງານລັດຖະກອນ, ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ, ມີອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າອ້ອມຂ້າງເທສະບານແຂວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງຫລຽນຈຳລອງດັ່ງກ່າວວ່າ: ການເປີດຫລຽນຈຳລອງຫົວພັນວິລະຊົນ ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມ ຄວາມດີຂອງບັນດາບັນພະບຸລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນ ດາເຜົ່າ ແຂວງຫົວພັນທີ່ໄດ້ອຸທິດຊີວິດ, ເລືອດເນື້ອກໍຄືລູກຫລານອັນແສນຮັກຂອງຕົນ ເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະ ຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ໃໝ່ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ຜືນແຜນດິນອັນຄົບຖ້ວມຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະ ໄວ້ໃຫ້ສະມາ ຊິກພັກ, ພະນັກງານ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫົວພັນ ຜູ້ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮ່ຳຮຽນເອົາມູນເຊື້ອ ທີ່ບັນດາບັນພະບູລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ໄດ້ສ້າງໄວ້ນັ້ນ ປະ ກອບເຂົ້າໃນການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ພະນັກງານທີ່ສືບຖອດທີ່ດີເດັ່ນ ສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫລັກການຂອງພັກ ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກໄດ້ກຳນົດໄວ້.

ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງຊຳເໜືອ, ທັງເປັນປະທານອົງການພັດທະນາ ແລະ ບໍລິ ຫານຕົວເມືອງຊຳເໜືອ ໃນນາມເຈົ້າຂອງໂຄງການກໍ່ສ້າງຫລຽນຈຳລອງຫົວພັນວິລະຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ມີຄວາມໝາຍຄວາມສຳຄັນຕໍ່ແຂວງຫົວພັນ ເຊິ່ງຕິດພັນກັບປະຫວັດສາດ, ຮີດຄອງປະເພນີ, ວິຖີການດຳລົງຊີວິດ, ການຕໍ່ສູ້ປົດປ່ອຍປະເທດຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ມີທີ່ຕັ້ງຢູ່ສວນສາທາລະນະມິດຕະພາບຫົວພັນ-ແທັງຮວ່າ ຕິດກັບບໍລິເວນ ໜ່ວຍແກ້ວຫລັກເມືອງ, ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມັງກອນ 2022 ແລະ ສຳເລັດໃນທ້າຍເດືອນກັນຍາ 2022, ມີໄລຍະກໍ່ສ້າງ 9 ເດືອນ, ໂຄງການປະກອບດ້ວຍ: ກໍ່ສ້າງເສົາຮອງຮັບຮູບຈຳລອງຫລຽນວິລະຊົນ ເປັນຮູບ 10 ຫລ່ຽມ ແລະ ຕົບແຕ່ງດ້ວຍລວດລາຍເອກະລັກຕ່າງໆ, ຕີນເສົາມີເສັ້ນຜ່າກາງ 8 ແມັດ, ປາຍເສົາມີເສັ້ນຜ່າກາງ 1,33 ແມັດ, ແທ່ນເສົາມີລວງສູງ 7,20 ແມັດ, ລວມມີ 7 ຂັ້ນ ແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ. ສະເພາະໜ່ວຍຫລຽນຈຳລອງ ຫົວພັນວິລະຊົນ ມີຂະໜາດ ແລະ ຄວາມໜາ 15 ຊັງຕີແມັດ, ກວ້າງ 1,33 ແມັດ, ສູງ 1,88 ແມັດ, ຜະລິດດ້ວຍທອງເຫລືອງ ມີ 2 ໜ້າ, ລວມມູນຄ່າກໍ່ສ້າງທັງໝົດ 569 ລ້ານກວ່າກີບ.

Cr: ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...