Homeຂ່າວພາຍ​ໃນປກສ ນະຄອນໄກສອນພົມວິຫານ ທຳລາຍນ້ຳກະທ້ອມ

ປກສ ນະຄອນໄກສອນພົມວິຫານ ທຳລາຍນ້ຳກະທ້ອມ

Published on

ໂດຍຈັດຕັ້ງປະຕິບັດຕາມ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 13 ລົງວັນທີ 14/09/ 2022, ກ່ຽວກັບການເພີ່ມທະວີການຄວບ ຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າ-ຂາຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາເຂົ້າ-ສົ່ງອອກ ພືດທີ່ມີ ສານເສບຕີດ ຫຼື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ແຈ້ງການ ເລກທີ 1496/ ຈຂ.ສຂ ລົງວັທີ 01 ສິງຫາ 2022 ເລື່ອງ ການຫ້າມນໍາພືດກະທ້ອມ ( ໃບສົດ ) ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ປູກແຕ່ງຈາກພືດກະທ້ອມ ເຂົ້າມາຈໍາໜາຍໃນ ແຂວງ ສະຫວັນນະເຂດ, ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ທັງເປັນການແກ້ໄຂບັນຫາປະກົດການຫຍໍ້ທໍ້, ການຂີ້ລັກງັດແງະ, ການຫຼິ້ນກິນຟຸມເຟືອຍ ແລະ ອື່ນໆ.

ໃນວັນທີ 29 ພະຈິກ 2022 ຜ່ານມາ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ, ໄດ້ຈັດພິທີທຳລາຍນ້ຳກະທ້ອມ, ໃບກະທ້ອມ ແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ້ອມ, ໂດຍການເຂົ້າຮ່ວມຂອງທ່ານ ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ, ມີຫົວໜ້າ, ຮອງພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານໃຫ້ຮູ້ວ່າ: ໃບກະທ້ອມ, ນໍ້າຕົ້ມໃບກະທ້ອມ, ແລະສ່ວນປະສົມໃນການປຸງແຕ່ງໃບກະທ້ອມທີ່ນໍາມາທໍາລາຍໃນຄັ້ງນີ້ ແມ່ນທາງເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 05,ປກສ ກຸ່ມບ້ານທີ 01, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນພົມວິຫານ ແລະ ປກສ ກຸ່ມບ້ານທີ 04 ໄດ້ສົມທົບກັບ ອໍານາດການປົກຄອງບ້ານ ໃນນະຄອນນະຄອນໄກສອນພົມວິຫານ ກໍ່ໄດ້ລົງຕິດຕາມ ກວດກາ, ກຸ່ມແກ້ງ, ບຸກຄົນ, ນິຕິບຸກຄົນທີ່ມີການເຄື່ອນໄຫວກະທໍາຜິດລະບຽບ ແລະຂໍ້ຫ້າມ ເຊິ່ງໄດ້ເອົາໃຈໃສ່ຕິດຕາມກວດກາ ຢູ່ບັນດາຫ້ອງເຊົ່າ, ຮ້ານບັນເທີງ ແລະ ຮ້ານຄາລະໂອເກະ,ທີ່ໄດ້ນຳເຂົ້າ- ສົ່ງອອກ ພືດທີ່ມີສານເສບຕີດ ຫຼື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ເພື່ອຈະນຳມາມອບໃຫ້ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ນຳໄປທຳລາຍຖິ້ມ, ສານເສບຕິດທີ່ນຳ ມາທຳລາຍໃນຄັ້ງນີ້ ແມ່ນຢຶດມາໄດ້ ຢູ່ຫ້ອງເຊົ່າ ເຂດບ້ານດົງດໍາດວນ, ຢູ່ເຮືອນພັກ ບ້ານທ່າແຮ່,ຢູ່ເຮືອນປະຊາຊົນ ຢູ່ບ້ານທ່າແຮ່, ບ້ານໄຊຍະມຸງຄຸນ ແລະ ຢູ່ຫ້ອງເຊົ່າ ຢູ່ບ້ານອຸດົມວິໄລ ທີ່ຂຶ້ນກັບນະຄອນໄກສອນພົມວິຫານ ເຊິ່ງມີນ້ຳກະທ້ອມຂະໜາດ 1,5 ລິດ ຈຳນວນ 33 ຕຸກ, ຢາດີໄອດີທິດຊິນ ຈຳນວນ 703 ແກ້ວ, ໃບກະທ້ອມ ຈຳນວນ 01 ກະສອບ ກັບ 15 ມັດ ແລະ 01 ຖົງຢາງ ,ນ້ຳຕານສົດ ຈຳນວນ 15 ແກ້ວ, ນ້ຳຕົ້ມໃບກະທ້ອມ ຈຳນວນ 02 ໝໍ້ໃຫຍ່ .

ຕໍ່ກັບບັນດາເປົ້າໝາຍຈໍານວນດັ່ງກ່າວ ທາງເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແມ່ນໄດ້ນໍາຕົວຜູ້ກະທໍາຜິດເຂົ້າມາສຶກສາອົບຮົມກ່າວເຕື່ອນ ບໍ່ໃຫ້ກະທໍາຜິດແລະຮັບຮູ້ເຂົ້າໃຈກ່ຽວກັບລະບຽບກົດໝາຍ ສ່ວນຂອງກາງນ້ຳກະທ້ອມ,ໃບກະທ້ອມແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ້ອມແມ່ນທາງເຈົ້າໜ້າທີ່ໄດ້ນໍາໄປທໍາລາຍຖີ້ມ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...