Homeຂ່າວຕ່າງປະເທດອົງກອນອະນາໄມໂລກປ່ຽນຊື່ "ໝາກສຸກລີງ" ມາເປັນ "ເອັມພັອກສ໌"

ອົງກອນອະນາໄມໂລກປ່ຽນຊື່ “ໝາກສຸກລີງ” ມາເປັນ “ເອັມພັອກສ໌”

Published on

ວັນທີ 28 ພະຈິກ ອົງກອນປະນາໄມໂລກ (WHO) ໄດ້ແຈ້ງການປ່ຽນຊື່ພະຍາດໝາກສຸກລີງ (monkeypox) ປ່ຽນເປັນ ເອັມພັອກສ໌ (mpox) ພ້ອມທັງຮຽກຮ້ອງໃຫ້ເອີ້ນຊື່ນີ້ຕາມອົງກອນປະນາໄມໂລກ ເນື່ອງຈາກວ່າຊື່ ໝາກສຸກລີງ ອາດສື່ເຖິງການຢຽດເຊື້ອຊາດ ຫຼື ສົ່ງຜົນກະທົບໃນທາງທີ່ບໍ່ດີ.

ອົງກອນປະນາໄມໂລກ ກ່າວວ່າ ຊື່ພະຍາດໝາກສຸກລີງ ແລະ ເອັມພັອກສ໌ ຍັງໃຊ້ພ້ອມໆກັນເປັນໄລຍະເວລາ 1 ປີ ແລະ ຄຳວ່າ ໝາກສຸກລີງຈະຄ່ອຍໆຖືກຍົກເລີກໃຊ້ໄປໃນທີ່ສຸດ.

ທາງດ້ານລັດຖະບານ ສ.ອາເມຣິກາ ເປັນປະເທດໜຶ່ງ ແລະ ໜ່ວຍງານສະໜັບສະໜູນໃຫ້ມີການປ່ຽນຊື່ ພ້ອມກ່າວສະແດງຄວາມຍິນດີຕໍ່ການປ່ຽນແປງໃນເທື່ອນີ້ ແລະ ສ.ອາເມຣິກາ ຈະໃຊ້ຄຳວ່າ “ເອັມພັອກສ໌” ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...