Homeຂ່າວພາຍ​ໃນຍີ່ປຸ່ນໃຫ້ການສະຫນັບສະຫນຸນປະເທດລາວໃນການເປັນເຈົ້າພາບຈັດກອງປະຊຸມ

ຍີ່ປຸ່ນໃຫ້ການສະຫນັບສະຫນຸນປະເທດລາວໃນການເປັນເຈົ້າພາບຈັດກອງປະຊຸມ

Published on

ໃນວັນທີ 28 ພະຈິກ 2022 ພິທີເຊັນສັນຍາເອກະສານແລກປ່ຽນໃນ ໂຄງການພັດທະນາ ເສດຖະກິດ ແລະ ສັງຄົມ (ການສະຫນັບສະຫນຸນປະເທດລາວໃນການເປັນເຈົ້າພາບຈັດກອງປະຊຸມ ASEAN) ໄດ້ຖືກຈັດຂຶ້ນທີ່ກະຊວງການຕ່າງປະເທດລາວທີ່ນະຄອນຫຼວງວຽງຈັນ.

ເອກະສານແລກປ່ຽນດັ່ງກ່າວໄດ້ຖືກເຊັນໂດຍລະຫວ່າງ ພະນະທ່ານ ໂຄຍະຍະ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ພະນະທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໃຫ້ກຽດເປັນສັກຂີພະຍານໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ.

ໃນປີ 2024 ປະເທດລາວເຮົາຈະໄດ້ຮັບຫນ້າທີ່ເປັນເຈົ້າພາບຈັດກອງປະຊຸມ ASEAN ເພື່ອເປັນການສະຫນັບສະຫນຸນຫນ້າທີ່ອັນສໍາຄັນດັ່ງກ່າວ, ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອລ້າເປັນ ມູນຄ່າ 500 ລ້ານເຢັນ (ປະມານ 60ຕື້ກີບ ຫຼື ປະມານ 3.5 ລ້ານໂດລາສະຫະລັດ) ເຊິ່ງປະກອບມີລົດເກັງ Hybrid ຈໍານວນ 33 ຄັນເພື່ອຮັບໃຊ້ການນໍາ ຂັ້ນສູງໃນໄລຍະກອງປະຊຸມ ແລະ ນອກຈາກນັ້ນກໍ່ມີອຸປະກອນລະບົບເຄືອຂ່າຍ, LAN ແບບໄຮ້ສາຍ ແລະ firewall ເພື່ອຕິດຕັ້ງທີ່ຫໍປະຊຸມແຫ່ງຊາດ ແລະ ສູນ ICTC, ເຊິ່ງບັນດາລົດ ແລະ ອຸປະກອນເຫຼົ່ານີ້ແມ່ນມີຄວາມຈໍາເປັນສໍາຫຼັບກອງປະຊຸມອາຊຽນທີ່ຈະຖືກຈັດຂຶ້ນຕະຫຼອດປີ.

ນອກຈາກນີ້, ໃນຊ່ວງໄລຍະກອງປະຊຸມລະຫວ່າງປະເທດນັ້ນສິ່ງສໍາຄັນອີກຢ່າງຫນຶ່ງກໍ່ຄືການປ້ອງກັນການສື່ສານຈາກການໂຈມຕີທາງອອນລາຍເຊັ່ນການກໍ່ການຮ້າຍທາງໄຊເບີ ແລະ ອື່ນໆ. ກອງປະຊຸມ ASEAN ແລະ ກອງປະຊຸມປິ່ນອ້ອມໃນປີນີ້ ໄດ້ຖືກຈັດຂຶ້ນທີ່ພະນົມເປນ, ປະເທດກໍາປູເຈຍ. ໃນກອງປະຊຸມສຸດຍອດ ASEAN-ຍີ່ປຸ່ນ ທີ່ເຂົ້າຮ່ວມໂດຍ ທ່ານນາຍົກ ຄິຊິດະ ແຫ່ງປະເທດຍີ່ປຸ່ນ, ທ່ານນາຍົກ ພັນ ແຫ່ງປະເທດລາວ ແລະ ບັນດາຄູ່ຮ່ວມຕ່າງກໍ່ໄດ້ຕົກລົງເຫັນດີ ໃຫ້ “ກອງປະຊຸມສຸດຍອດ ASEAN-ຍີ່ປຸ່ນ ຄັ້ງພິເສດ” ໃຫ້ຈັດຂຶ້ນທີ່ ໂຕກຽວປີ 2023.

ຍີ່ປຸ່ນແມ່ນມີສາຍພົວພັນການຮ່ວມມືກັບ ASEAN ເປັນເວລາຍາວນານເຖິງເກືອບ 50 ປີ ແລະ ທັງຍັງໃຫ້ການສະຫນັບສະຫນຸນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມ ຈະເລີນຮຸ່ງເຮື່ອງໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້, ເສີມສ້າງສາຍພົວພັນທາງເສດຖະກິດຢ່າງໃກ້ຊິດໃນນາມຄູ່ຮ່ວມການລົງທຶນ ແລະ ການຄ້າ.

ຢີ່ປຸ່ນໄດ້ໃຫ້ການສະຫນັບສະຫນຸນ ASEAN ແລະ ປະເທດສະມາຊິກຕະຫຼອດມາໂດຍຢູ່ບົນ ພື້ນຖານເຂົ້າໃຈເຖິງຄວາມສໍາຄັນຂອງຄວາມສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ພາກພື້ນ ASEAN ທີ່ແມ່ນສູນກາງຂອງການຮ່ວມມືລະດັບພາກພື້ນ ແລະ ໄດ້ໃຫ້ຄວາມສໍາຄັນເຖິງ ການເຊື່ອມໂຍງ ໃນຖານະເປັນຄູ່ຮ່ວມທີ່ມີຄ່ານິຍົມຮ່ວມກັນທັງໃນດ້ານນິຕິທໍາ ແລະ ປະຊາທິປະໄຕ.

ປະເທດຍີ່ປຸ່ນມີຄວາມຕັ້ງໃຈຈະສືບຕໍ່ໃຫ້ການສະຫນັບສະຫນຸນລັດຖະບານ ແລະ ປະຊາຊົນລາວ ໃນການຮັບມືກັບສິ່ງທ້າທາຍຕ່າງໆ ເພື່ອສໍາເລັດການເປັນເຈົ້າພາບຈັດກອງປະຊຸມ ASEAN ແລະ ກອງປະຊຸມປິ່ນອ້ອມໃນປີ 2024 ແລະ ເພື່ອພັດທະນາສາຍພົວພັນຍີ່ປຸ່ນ-ລາວ ແລະ ຍີ່ປຸ່ນ- ASEAN ທັງໃນປະຈຸບັນ ແລະ ອານາຄົດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...