Homeຂ່າວຕ່າງປະເທດຮືຮາ! ເດັກອິນເດຍເກີດມີ 4 ແຂນ 4 ຂາ ຊາວບ້ານເຊື່ອ ບຸດພະພົມລົງມາເກີດ!

ຮືຮາ! ເດັກອິນເດຍເກີດມີ 4 ແຂນ 4 ຂາ ຊາວບ້ານເຊື່ອ ບຸດພະພົມລົງມາເກີດ!

Published on

babyf_1

 

ຊາວອິນເດຍສຸດຮືຮາ ເດັກເກີດໃໝ່ຖືກຳເນີດພ້ອມຂາ 4 ຂ້າງ ແລະ ແຂນ 4 ຂ້າງ ເຊື່ອເປັນບຸດຂອງພະພົມມາເກີດ

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 20 ພະຈິກນີ້ວ່າ ເດັກນ້ອຍຄົນດັ່ງກ່າວເປັນເພດຊາຍ ເຊິ່ງເກີດຢູ່ໃນໂຮງ

ໝໍແຫ່ງໜຶ່ງໃນລັດເບັງກອນຕາເວັນຕົກ ປະເທດອິນເດຍ ເຊິ່ງເກີດມາພ້ອມຄວາມຜິດປົກກະຕິຂອງຮ່າງກາຍ ຄື

ມີຂາ 4 ຂ້າງ ແລະ ແຂນອີກ 4 ຂ້າງ ເຊິ່ງຂາ ແລະ ແຂນທີ່ງອກເກີນອອກມານັ້ນ ແມ່ນອອກມາໃນບໍລິເວນທ້ອງຂອງ

ເດັກນ້ອຍຄົນດັ່ງກ່າວ ໂດຍຍາດພີ່ນ້ອງຕ່າງກໍເຊື່ອວ່າ ແມ່ນບຸດຂອງພະພົມລົງມາເກີດ.

 

ຫລັງຈາກຂ່າວການເກີດຂອງເດັກຄົນດັ່ງກ່າວ ໄດ້ເຜີຍແຜ່ອອກໄປສູ່ຊາວບ້ານ ກໍປະກົດມີຄົນຈຳນວນຫລວງຫລາຍ

ແຫ່ແຫນກັນມາເບິ່ງ ເພາະເຊື່ອວ່າເປັນບຸດຂອງພະພົມແທ້ ເຮັດໃຫ້ເກີດຄວາມວຸ້ນວາຍຂຶ້ນໃນໂຮງໝໍ ຈົນເຈົ້າໜ້າ

ທີ່ຕ້ອງໄດ້ເຂົ້າມາຄວບຄຸມສະຖານະການໄວ້.

 

ຊາວບ້ານບາງຄົນເຖິງກັບພາກັນມານັ່ງສວດມົນຢູ່ຕໍ່ໜ້າໂຮງໝໍ ແລະ ບາງຄົນກໍພາກັນຮ້ອງໄຫ້ ເພາະເຊື່ອວ່າເຫດ

ນີ້ອາດຈະເປັນສັນຍານຂອງວັນສິ້ນໂລກ.

 

ຢ່າງໃດກໍຕາມ ທາງດ້ານແພດໄດ້ອອກມາເປີດເຜີຍວ່າ ສິ່ງທີເກີດຂຶ້ນຈາກຄວາມຜິດປົກກະຕິດັ່ງກ່າວນີ້ ແມ່ນເປັນ

ຄວາມຜິດປົກກະຕິໃນລະຫວ່າງຢູ່ໃນຄັນ ເຊິ່ງທຳອິດນັ້ນເດັກນ້ອຍຈະເກີດມາເປັນເດັກຝາແຝດ ແຕ່ກັບມີການຢຸດ

ການພັດທະນາການກາງຄັນ ແລະ ບໍ່ສາມາດຈະແຍກຕົວອອກມາເປັນ 2 ຄົນໄດ້ ຈິ່ງເຮັດໃຫ້ກຳເນີດອອກມາເປັນ

ເດັກພິການຢ່າງຮຸນແຮງດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...