spot_img
Homeຂ່າວພາຍ​ໃນການນຳຂັ້ນສູງຂອງລາວ ຕ້ອນຮັບການເຂົ້າອວຍພອນ ຂອງທູຕານຸທູດ ໃນໂອກາດວັນຊາດແຫ່ງ ສປປ ລາວ

ການນຳຂັ້ນສູງຂອງລາວ ຕ້ອນຮັບການເຂົ້າອວຍພອນ ຂອງທູຕານຸທູດ ໃນໂອກາດວັນຊາດແຫ່ງ ສປປ ລາວ

Published on

ໃນ​ຕອນ​ເຊົ້າ​​ວັນ​ທີ 28 ພະຈິກ 2022 ທີ່ ທຳນຽບປະທານ​ປະ​ເທດ, ການ​ນຳຂັ້ນສູງພັກ-ລັດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ທ່ານ​ ໄຊສົມພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການປະທານປະເທດ ແລະ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນຂອງທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ຊຶ່ງ ນຳໂດຍ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ (ເຮັດໜ້າທີ່ແທນທູດອາວູໂສ) ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2/12/1975 ​- 2/12/2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້.

ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າຄະນະທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຂຶ້ນກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ​ອັນໃຫຍ່ຫຼວງຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດຍາດໄດ້ຕະຫຼອດ​ໄລຍະ 47 ປີຜ່ານມາ​ ​ໃນ​ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສະແດງຄວາມຊົມເຊີຍຕໍ່ ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ຊຶ່ງໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດ​ບັນລຸຜົນສຳ​ເລັດອັນໂດດ​ເດັ່ນໃນ​ຫຼາຍ​ດ້ານ ເປັນຕົ້ນການ​ຮັກສາ​ຈັງຫວະ​ການ​ຂະຫຍາຍຕົວທາງດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ, ມີສະຖຽນລະພາບທາງການເມືອງ ຄວາມໝັ້ນຄົງ, ສັງຄົມ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ອັນໄດ້​ຮັບປະກັນ​ໃຫ້​ປະຊາຊົນ​ລາວ ​ທຸກຊົນ​ເຜົ່າ​ສາມາດ​ມີ​ສິດ​ອັນ​ຊອບ​ທຳ ​ແລະ ​ເສລີພາບ ​ໃນ​ການ​ເຂົ້າ​ຮ່ວມພັດທະນາ​ປະ​ເທດ​ຊາດ ​ໄດ້​ຢ່າງ​ຫ້າວຫັນ. ອັນພົ້ນເດັ່ນ ໃນປີ 2021, ສປປ ລາວ ໄດ້ສຳເລັດການເປີດນຳໃຊ້ໂຄງການລົດໄຟຄວາມໄວສູງ ລາວ-ຈີນ, ຈີນ-ລາວ ຢ່າງເປັນທາງການ ຊຶ່ງຖືເປັນເຫດການປະຫວັດສາດສຳຄັນຂອງ ສປປ ລາວ ໃນໄລຍະໃໝ່, ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ. ​ ປີ 2024 ກໍຖືເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ຊຶ່ງບັນດາປະເທດເພື່ອນມິດ ສະແດງຄວາມຍິນດີຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມຈຸດປະສົງເປົ້າໝາຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ຕາງໜ້າຄະນະທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ມີຄຳເຫັນ ແລະ ຄຳອວຍພອນອັນຈົບງາມ. ປະທານປະເທດຍັງໄດ້ມີຄຳເຫັນວ່າຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ ຊຶ່ງທັງໝົດນີ້ ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້.

ໝາກຜົນທັງໝົດນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຫາກປາສະຈາກການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຂອງ ສປປ ລາວ ກໍຄື ວົງຄະນາຍາດສາກົນ. ພັກ-ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ກໍຄື ບັນດາອົງການຈັດຕັ້ງສາກົນ ຕະຫຼອດໄລຍະທີ່ຜ່ານມາບົນພື້ນຖານຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ກໍຄື ຕ່າງຝ່າຍຕ່າງມີຜົນປະໂຫຍດນຳກັນ.

ລັດຖະບານ ສປປ ລາວ ສືບຕໍ່ຢຶດໝັ້ນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ອັນເປັນພື້ນຖານຂອງການເສີມຂະຫຍາຍການພົວພັນຮ່ວມມືທີ່ດີກັບຕ່າງປະເທດ ກໍຄືການປະກອບສ່ວນປະຕິບັດພັນທະຂອງຕົນໃນເວທີພາກພື້ນ ແລະ ສາກົນ, ເຂົ້າຮ່ວມຢ່າງຫ້າວຫັນໃນຂະບວນການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງຂອງສາກົນ ແລະ ການຮ່ວມມືເພື່ອການພັດທະນາໃນສະພາບທີ່ທົ່ວໂລກ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ທັງບັນຫາໄພພິບັດທາງທຳມະຊາດ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕະຫຼອດຮອດ ຄວາມຂັດແຍ່ງທາງພູມສາດການເມືອງ ກໍຄື ວິກິດການດ້ານເສດຖະກິດ ແລະ ພະລັງງານ. ການຮ່ວມມືສາກົນທີ່ເປັນປຶກແຜ່ນ, ຄວາມເຊື່ອໝັ້ນ ແລະ ເຂົ້າໃຈຊຶ່ງກັນ ແລະ ກັນ ກາຍເປັນສິ່ງທີ່ຂາດບໍ່ໄດ້ ຊຶ່ງມັນສາມາດຊ່ວຍໃຫ້ແກ້ໄຂບັນຫານໍາກັນດ້ວຍສັນຕິວິທີ, ສ້າງເງື່ອນໄຂໃຫ້ພວກເຮົາ ສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໂລກກຳລັງປະເຊີນໜ້າຢູ່ໃນປັດຈຸບັນນີ້, ສປປ ລາວ ພ້ອມທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

ໃນຕອນທ້າຍ, ທ່ານປະທານປະເທດ ກໍໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຜ່ານບັນດາທ່ານ ໄປຍັງປະມຸກລັດ ຫົວໜ້າລັດຖະບານ ຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການຊ່ວຍເຫຼືອຢ່າງທັນການເພື່ອຮັບມືກັບພະຍາດໂຄວິດ-19 ໃນໄລຍະເວລາທີ່ມີການແຜ່ລະບາດຢູ່ ສປປ ລາວ, ທັງໝົດນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືອັນດີນຳກັນ ລະຫວ່າງ ສປປ ລາວ ກັບ ທຸກປະເທດເພື່ອນມິດໃນໂລກ, ພັກ-ລັດຖະບານລາວ ຈະສືບຕໍ່ຮ່ວມມືກັບວົງຄະນາຍາດສາກົນໃນການສະກັດກັ້ນ ແລະ ແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ນີ້ຕໍ່ໄປ.

ແຫຼ່ງຂ່າວຈາກ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...