Homeຂ່າວຕ່າງປະເທດແຟນບານ Belgium ໄດ້ປະທ້ວງພາຍຫຼັງທີມຊາດຕົນໄດ້ເສຍໃນບານໂລກ

ແຟນບານ Belgium ໄດ້ປະທ້ວງພາຍຫຼັງທີມຊາດຕົນໄດ້ເສຍໃນບານໂລກ

Published on

ແຟນບານ ແບນຊິກ (Belgium) ກໍ່ເຫດປະທ້ວງຕາມຖະໜົນໃນກຸງບຣັສເຊວ ຈົນຕຳຫຼວດຕ້ອງໃຊ້ແກັສນ້ຳຕາ ເພື່ອສະຫຼາຍການຊຸມນຸມດັ່ງກ່າວ ພາຍຫຼັງການແຂ່ງຂັນບານໂລກລະຫວ່າງ ທີມຊາດ Morocco ໄດ້ເອົາຊະນະ Belgium.

ສຳນັກຂ່າວ Aljazeela ໄດ້ລາຍງານວ່າ: ໃນວັນທີ 27 ພະຈິກ 2022 ເກີດເຫດແຟນບານປະມານ 10 ຄົນອອກມາປະທ້ວງໃນກຸງບຣັສເຊວ ພາຍຫຼັງທີ່ບໍ່ພໍໃຈທີ່ທີມຊາດ Belgium ເສຍໃຫ້ກັບ Morocco ໃນການແຂ່ງຂັນບານໂລກ ໃນຮອບແບ່ງກຸ່ມ F ເຊິ່ງເສຍໄປ 2 ຕໍ່ 0.

ໃນການປະທ້ວງດັ່ງກ່າວ ແຟນບານໄດ້ອອກມາທຸບທຳລາຍ ຈູດໄຟເຜົາລົດຄັນໜຶ່ງ ແລະ ຍັງຈູດບັ້ງໄຟດອກຈົນເກີດສຽງດັງ ເຮັດໃຫ້ຕຳຫຼວດລະດົມເອົາກຳລັງມາ 100 ກວ່າຄົນ ມາຮັບມືກັບການປະທ້ວງນີ້ ພ້ອມກັບເລັ່ງການດັບໄຟ ແລະ ໃຊ້ແກັສນ້ຳຕາເພື່ອສະຫຼາຍການຊຸມນຸມ.

ຈາກການເປີດເຜີຍຂອງຜູ້ສື່ຂ່າວມີລາຍງານວ່າ ມີຄົນໄດ້ຮັບບາດເຈັບ 1 ຄົນຈາກເຫດການນີ້ ໂດຍຕຳຫຼວດລະບຸວ່າ ມີຄຳສັ່ງໃຫ້ປິດບໍລິການລົດໄຟໃຕ້ດິນບາງສະຖານີ ແລະ ປິດຫົນທາງບາງເສັ້ນເພື່ອຈຳກັດວົງການປະທ້ວງ.

ຂະນະນີ້ ຍັງບໍ່ມີການເປີດເຜີຍວ່າ ໄດ້ຈັບຜູ້ປະທ້ວງໄປຈັກຄົນແລ້ວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...