Homeຂ່າວຕ່າງປະເທດການປະທ້ວງໃນອີຣານທີ່ແກ່ຍາວມາດົນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ ໃນນັ້ນມີເດັກນ້ອຍອີກ

ການປະທ້ວງໃນອີຣານທີ່ແກ່ຍາວມາດົນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ ໃນນັ້ນມີເດັກນ້ອຍອີກ

Published on

ໜ່ວຍງານ​ສິດທິ​ມະນຸດ​ສູງ​ສຸດ​ ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ (The UN High Commissioner for Human Rights) ໄດ້ກ່າວວ່າ ອີຣານເຂົ້າຂັ້ນວິກິດ ໂດຍການປະທ້ວງທີ່ຮຸນແຮງສົ່ງຜົນໃຫ້ມີປະຊາຊົນເສຍຊີວິດຫຼາຍກວ່າ 300 ຄົນ ໃນຊ່ວງສອງເດືອນທີ່ຜ່ານມາ.

ໃນວັນອັງຄານ ທີ 22 ພະຈິກ 2022 ໂຄສົກຂອງຫົວໜ້າ​ສິດທິ​ມະນຸດ​ສູງ​ສຸດແຫ່ງອົງການ​ສະຫະ​ປະຊາ​ຊາດ ໄດ້ກ່າວວ່າ ໃນຊ່ວງທ້າຍອາທິດທີ່ຜ່ານມາ ອີຣານມີການປະທ້ວງທີ່ຮຸນແຮງຂຶ້ນເລື່ອຍໆ ເຊິ່ງຈຳນວນຜູ້ເສຍຊີວິດກໍນັບເພີ່ມຂຶ້ນ ລວມມີເດັກນ້ອຍ 2 ຄົນທີ່ເສຍຊີວິດ ແລະ ຕອບໂຕ້ທີ່ຮຸນແຮງຂອງກອງກຳລັງຄວາມໝັ້ນຄົງ ໄດ້ສະແດງໃຫ້ເຫັນເຖິງວິກິດພາຍໃນປະເທດ.

ໜ່ວຍງານ​ສິດທິ​ມະນຸດ ຍັງໄດ້ປະນາມ ທີ່ລັດຖະບານອີຣານໃຊ້ມາດຕະການຮຸນແຮງເພື່ອປາບປາມກຸ່ມຜູ້ປະທ້ວງ ແລະ ຕຳຫຼວດອີຣານ ຍັງໄດ້ຈັບກຸມນາງ ມາຊາ ອະມິນີ ອາຍຸ 22 ປີ ດ້ວຍຂໍ້ຫາ ໃສ່ຜ້າຄຸມຜົມບໍ່ຮຽບຮ້ອຍ ຕໍ່ມານາງກໍໄດ້ເສຍຊີວິດ, ຈາກເຫດການນີ້ ເຮັດໃຫ້ປະຊາຊົນອີຣານ ຍິ່ງທະວີຄວາມບໍ່ພໍໃຈກັບລັດຖະບານ.

ນີ້ແມ່ນການປະທ້ວງທີ່ທ້າທາຍທີ່ສຸດ ນັບຕັ້ງແຕ່ມີການປະຕິວັດມາໃນປີ 1979 ເຊິ່ງເປັນການປະທ້ວງທີ່ຮວບຮວມເອົາບັນດາປະຊາຊົນໃນທຸກລະດັບຂອງສັງຄົມໃນທົ່ວປະເທດ ທີ່ພ້ອມພຽງຮຽງໜ້າປະທ້ວງລັດຖະບານ.

ນອກນັ້ນ ທີມຊາດອີຣານທີ່ໄດ້ໄປແຂ່ງຂັນໃນບານໂລກ 2022 ທີ່ປະເທດກາຕາ ກໍໄດ້ສະໜັບສະໜູນການປະທ້ວງ ໂດຍບໍ່ຮ້ອງເພັງຊາດຂອງປະເທດຕົນເອງ.

ໜ່ວຍງານ​ສິດທິ​ມະນຸດ​ສູງ​ສຸດ​ ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ ຍັງໄດ້ລາຍງານວ່າ ມີປະຊາຊົນເສຍຊີວິດຈາກການປະທ້ວງຫຼາຍກວ່າ 300 ຄົນ ໃນນັ້ນມີເດັກນ້ອຍຫຼາຍກວ່າ 40 ຄົນທີ່ເສຍຊີວິດ.

ແຫຼ່ງຂ່າວຈາກ ABC Australia News

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...