Homeຂ່າວຕ່າງປະເທດເປັນຫຍັງກາຕາຈຶ່ງໄດ້ເປັນເຈົ້າພາບໃນບານໂລກ 2022

ເປັນຫຍັງກາຕາຈຶ່ງໄດ້ເປັນເຈົ້າພາບໃນບານໂລກ 2022

Published on

ໃນປີ 2010 ໄດ້ມີການຄັດເລືອກຮອບສຸດທ້າຍ ເພື່ອເລືອກເຈົ້າພາບບານໂລກ ເຊິ່ງກາຕາ ໄດ້ຮັບສິດນັ້ນ ພາຍຫຼັງຊະນະການລົງຄະແນນສຽງຂອງສະມາຊິກບໍລິຫານ 22 ຄົນຂອງຟີຟ່າ ແລະ ເອົາຊະນະ ສ.ອາເມຣິກາ ເກົາຫຼີໃຕ້ ຍີ່ປຸ່ນ ແລະ ອົດສະຕຣາລີ ໂດຍກາຕາ ເປັນປະເທດອາລັບທຳອິດ ທີ່ໄດ້ເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກ 2022.

ກາຕາໄດ້ຖືກກ່າວຫາວ່າ ຕິດສິນບົນເຈົ້າໜ້າທີ່ທາງຟີຟ່າ ປະມານ 5 ລ້ານໂດລາສະຫະລັດ ເພື່ອສະໜັບສະໜຸນກາຕາ ແຕ່ກາຕາກໍຫຼຸດພົ້ນອອກຈາກຂໍ້ກ່າວຫາ ພາຍຫຼັງມີການສືບສວນສອບສວນ 2 ປີ.

ໂດຍທ່ານ ເຊັບ ແບັດເຕີ ປະທານຂອງຟີຟ່າ ໃນຂະນະນັ້ນໄດ້ສະໜັບສະໜູນການສະເໜີຊື່ ກາຕາ ເປັນເຈົ້າພາບຂອງກາຕາ ແຕ່ຕອນນີ້ລາວໄດ້ກ່າວວ່າ ເປັນຄວາມຜິດພາດໃນການເລືອກຄັ້ງນນັ້ນ ທີ່ເລືອກເອົາ ກາຕາ ເປັນເຈົ້າພາບ.

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...