spot_img
Homeຂ່າວກິລາກອງທັບ ກວາດ 31 ຫຼຽນ ນຳໜ້າເຈົ້າຫຼຽນຄຳ ຍິງປືນ “ຊຽງຂວາງ ເກມ”

ກອງທັບ ກວາດ 31 ຫຼຽນ ນຳໜ້າເຈົ້າຫຼຽນຄຳ ຍິງປືນ “ຊຽງຂວາງ ເກມ”

Published on

ທັບນັກກິລາຍິງປືນ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສ້າງຜົນງານໄດ້ຢ່າງໂດເດັ່ນ ສາມາດຍາດມາໄດ້ເຖິງ 10 ຫຼຽນຄຳ, 11 ຫຼຽນເງິນ ແລະ 10 ຫຼຽນທອງ ລວມທັງໝົດ 31 ຫຼຽນ ຊ່ວຍທັບນັກກິລາ ກອງທັບ ເຈົ້າຫຼຽນຄຳ ງານກິລາແຫ່ງຊາດ ຄັ້ງທີ 10 ຫຼື ອຸດົມໄຊ ເກມ ນຳໜ້າເຈົ້າຫຼຽນຄຳ ການແຂ່ງຂັນກິລາຍິງປືນ ຊຽງຂວາງ ເກມ ຂະນະທີ່ ອັນດັບທີ 2 ຕົກເປັນຂອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 23 ຫຼຽນ.

ການແຂ່ງຂັນກິລາຍິງປືນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄລຍະທຳອິດ ໄດ້ສຳເລັດລົງໃນວັນທີ 20 ພະຈິກ ຜ່ານມາ ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນມາແຕ່ວັນທີ 14 ພະຈິກ ໃນເດືອນດຽວກັນ ຊຶ່ງມີ 2 ກະຊວງ ກໍຄື ກອງທັບ ແລະ ປກສ, ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ເຈົ້າພາບ ແຂງຊຽງຂວາງ ເຂົ້າຮ່ວມຊີງໄຊ ຊຶ່ງໄລຍະທຳອິດມີການຊີງໄຊທັງໝົດ 18 ຫຼຽນຄຳ, 18 ຫຼຽນເງິນ ແລະ 36 ຫຼຽນທອງ ຈາກການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜ່ານການແຂ່ງຂັນຜົນປະກົດວ່າ: ນຳໜ້າເຈົ້າຫຼຽນຄຳ ຕົກເປັນຂອງ ກອງທັບ ສາມາດຍາດໄດ້ 10 ຫຼຽນຄຳ, 11 ຫຼຽນເງິນ ແລະ 10 ຫຼຽນທອງ ລວມທັງໝົດ 31 ຫຼຽນ, ອັນດັບທີ 2 ປກສ ຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ ແລະ 8 ຫຼຽນທອງ, ອັນດັບທີ 3 ນະຄອນຫຼວງວຽງຈັນ ຍາດໄດ້ 9 ຫຼຽນທອງ, ອັນດັບທີ 4 ແຂວງຫຼວງພະບາງ ຍາດໄດ້ 4 ຫຼຽນທອງ, ອັນດັບທີ 5 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນທອງ ແລະ ອັນດັບທີ 6 ແຂວງຊຽງຂວາງ ຍາດໄດ້ 2 ຫຼຽນທອງ.

ລາຍການດັ່ງກ່າວ ໄດ້ແບ່ງອອກເປັນ 3 ໄລຍະ ຊຶ່ງການແຂ່ງຂັນ ໄລຍະທີ 1 ແລະ ໄລຍະທີ 2 ແຂ່ງຂັນ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ ແລະ ໄລຍະທີ 3 ແຂ່ງຂັນ ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ຊຶ່ງມີການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ. ສະເພາະໄລຍະທຳອິດ ແຂ່ງຂັນສຳເລັດໄປແລ້ວ ລະຫວ່າງວັນທີ 14-20 ພະຈິກ 2022 ມີການຊີງໄຊ 18 ຫຼຽນຄຳ, 18 ຫຼຽນເງິນ ແລະ 36 ຫຼຽນທອງ ປະກອບມີ ປືນສັ້ນອັດລົມ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ, ປືນຍາວອັດລົມ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ, ປືນສັ້ນຍິງຊ້າ 50 ແມັດດ່ຽວ ແລະ ທີມຊາຍ, ປືນຍາວທ່ານອນໄລຍະ 10 ແມັດດ່ຽວ ແລະ ທີມຍິງ ແລະ ປືນຍາວ 3 ທ່າ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ. ສ່ວນໄລຍະທີ່ສອງຈະເລີ່ມກັບມາແຂ່ງຂັນລະຫວ່າງວັນທີ 23-29 ພະຈິກ 2022 ຊຶ່ງຈະມີການຊີງໄຊ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດ ປືນຍາວເປົ້າເລື່ອນ ຫຼື ປະເພດປືນເທັນນິ້ງ ທາເກັດ, ໃນນັ້ນ ປະກອບມີ ລາຍການຍິງພາກຊ້າ 4 ຫຼຽນຄຳ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ຍິງພາກປະສົມ ຊ້າບວກໄວ 4 ຫຼຽນຄຳ ດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ໄລຍະສຸດທ້າຍ ຈະແຂ່ງຂັນແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ມີການຊີງໄຊ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດ ປືນສັ້ນ 15 ແມັດ ຊີງໄຊ 4 ຫຼຽນຄຳ ແລະ ປືນສັ້ນ 25 ແມັດ ຍິງ-ຊາຍ ຊີງໄຊ 4 ຫຼຽນຄຳ.

ຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...