Homeຂ່າວພາຍ​ໃນກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງໄຊສົມບູນ ຝຶກຊ້ອມຍິງປືນ

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງໄຊສົມບູນ ຝຶກຊ້ອມຍິງປືນ

Published on

ໃນວັນທີ 11 ພະຈິກ 2022 ຜ່ານມາ, ຢູ່ທີ່ສະໜາມຝຶກຊ້ອມຍິງລູກປືນຂອງກອງພັນນ້ອຍ 598 (ຜາແດງ) ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງໄຊສົມບູນ ໄດ້ຈັດຕັ້ງຫັດແອບ-ຝຶກຊ້ອມຍິງລູກປືນແທ້, ໂດຍມີ ພັອ ອິນປັນ ຍາດຕິວົງ ຮອງກອງບັນຊາການ ປກສ ແຂວງ, ມີຄະນະກອງພັນ, ແຂກຮັບເຊີນ ຈາກພາຍໃນກົມກອງ, ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ 81 ສະຫາຍ.

ຈຸດປະສົງ ເພື່ອຍົກສູງປະສິດທິພາບວຽກງານວິຊາສະເພາະຂອງກຳລັງປ້ອງກັນເຄື່ອນທີ່ ແນໃສ່ຮັບປະກັນຄວາມ ພ້ອມທຸກດ້ານ ເພື່ອຕອບຕ້ານ ແລະ ແກ້ໄຂທຸກໜໍ່ແໜງປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສັງຄົມ, ສ້າງປັດໄຈເຮັດໃຫ້ ແຂວງໄຊສົມບູນ ມີຄວາມສະຫງົບ ປອດໄພ, ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກພໍ່ແມ່ປະຊາຊົນ, ການຈັດຕັ້ງພັກ-ລັດ, ນັກທຸລະກິດ ແລະ ຜູ້ປະກອບການທຸກພາກສ່ວນ ສ້າງທ່ວງທ່າທີ່ດີໃຫ້ແກ່ ການສ້າງສາພັດທະນາປະເທດຊາດ ກໍຄື ແຂວງໄຊສົມບູນໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານ ພັທ ຈັນທະລາ ສີປະເສີດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການຫັດແອບ-ຝຶກຊ້ອມປະຈຳປີ 2022, ອາວຸດທີ່ນໍາໃຊ້ເຂົ້າໃນການຫັດແອບ-ຝຶກຊ້ອມປະກອບມີ: ປືນ KPM ( ກາເປແອັມ )ໃຊ້ຕິດລົດຈຳນວນ 1 ກະບອກ, ປືນ AK ( ອາກາ ) ຈໍານວນ 21 ກະບອກ, ປືນ T97 ( ເຕເກົ້າເຈັດ ) 21 ກະບອກ, ປືນ ສັ້ນ MP34 ( ແອັມເປສາມສີ່ ) ຈໍານວນ 8 ກະບອກ ແລະ ປືນ APD ( ອາເປເດ ) 1 ກະບອກ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...