Homeຂ່າວຕ່າງປະເທດແຟນບານຈາກທົ່ວໂລກບໍ່ພໍໃຈກັບຂໍ້ຫ້າມ ແລະ ສິດທິມະນຸດໃນກາຕາ

ແຟນບານຈາກທົ່ວໂລກບໍ່ພໍໃຈກັບຂໍ້ຫ້າມ ແລະ ສິດທິມະນຸດໃນກາຕາ

Published on

ບັນດາແຟນບານທີ່ຈະເບິ່ງການແຂ່ງຂັນບານໂລກຕ້ອງບໍ່ພໍໃຈໄປຕາມໆກັນ ເນື່ອງຈາກກາຕາສັ່ງຫ້າມຂາຍເບຍ ຫຼື ເຄື່ອງດື່ມທີ່ີມີແອລກໍຮໍໃນສະໜາມແຂ່ງຂັນບານໂລກ 2022.

ໃນເວລາພຽງ 2 ມື້ ກ່ອນທີ່ງານບານໂລກຈະເລີ່ມຂຶ້ນ ລາຊະວົງຂອງກາຕາໄດ້ກົດດັນໃຫ້ ຟີຟ່າຍົກເລີກການຂາຍເຄື່ອງດື່ມແອລກໍຮໍທັງໝົດໃນສະໜາມກິລາບານເຕະໂລກ FIFA World Cup 2022, ເຊິ່ງໃນຕອນທຳອິດ ບັນດາແຟນບານໄດ້ຮັບການຍົກເວັ້ນຊື້ເຄື່ອງດື່ມແອລກໍຮໍໃນແຟນໂຊນໄດ້ ແຕ່ຕອນນີ້ໄດ້ຖືກຫ້າມ ແຕ່ທັງນີ້ແຟນບານຍັງສາມາດຊື້ໄດ້ຈາກໂຮງແຮມ ແລະ ຮ້ານອາຫານທີ່ກົດໝາຍກາຕາໄດ້ກຳນົດ.

ບັດໄວເຊີ ເປັນແບຣນເຄື່ອງດື່ມແອລກໍຮໍ ທີ່ເປັນໜຶ່ງໃນຜູ້ສະໜັບໜູນລາຍໃຫຍ່ຂອງງານບານໂລກໃນເທື່ອນີ້ ແຕ່ເມື່ອຕົ້ນອາທິດທີ່ຜ່ານມາ ທາງຟີຟ່າ ໄດ້ຍອມຍ້າຍຊຸ້ມຂາຍເບຍຂອງ ບັດໄວເຊີ ໄປຢູ່ຕຳແໜ່ງທີ່ຜູ້ຄົນສາມາດເຫັນໄດ້ໜ້ອຍລົງ, ທັ້ງນີ້ ບັດໄວເຊີ ອາດຈະບໍ່ສາມາດເຂົ້າໄປຂາຍເບຍໃນສະໜາມກິລາໄດ້ເຊັ່ນກັນ ເນື່ອງຈາກໄດ້ຮັບຄຳສັ່ງຫ້າມຈາກທາງລາຊະວົງກາຕາ.

ແຕ່ວ່າ ຄາດວ່າສະຖານທີ່ດຽວທີ່ອາດຈະມີການຂາຍເຄື່ອງດື່ມແອລກໍຮໍໄດ້ໃນສະໜາມກໍຄື ໂຊນVIP ທີ່ຕ້ອງຈ່າຍເງິນປະມານ 18,850 ປອນ ຫຼື 389 ລ້ານກີບ ເພື່ອເຂົ້າຊົມກິລາ.

ໃນການຫ້າມຂາຍເຄື່ອງດື່ມແອລກໍຮໍຄັ້ງນີ້ ຄາດວ່າຈະເປັນຍ້ອນຄວາມເຄັ່ງດ້ານສາສະໜາຂອງກາຕາ ການທີ່ກາຕາໄດ້ເປັນເຈົ້າພາບບານໂລກໃນຄັ້ງນີ້ ເຮັດໃຫ້ປະຊາຄົມໂລກໄດ້ຮັບຮູ້ເຖິງ ສິດທິມະນຸດຊົນພາຍໃນປະເທດ ດ້ວຍການສຳພາດຄົນກາຕາ 2 ຄົນ ໄດ້ເວົ້າເຖິງກົດໝາຍສາສະໜາ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຈຳວັນ ໃນຖານະເປັນຜູ້ຍິງ ແລະ ກຸ່ມ LGBTQ+.

ເຊິ່ງການໃຫ້ສຳພາດຂອງຜູ້ຊາຍຄົນໜຶ່ງ ສັນຊາດກາຕາ ທີ່ເປັນກຸ່ມຄົນ LGBTQ+ ໄດ້ກ່າວວ່າ ຢາກໃຫ້ການມີຊີວິດຂອງລາວເປັນເລື່ອງທີ່ບໍ່ຜິດກົດໝາຍພາຍໃນປະເທດ ແລະ ຢາກໃຫ້ມີການປະຕິຮູບຂອງກຸ່ມ LGBTQ+ ໂດຍບໍ່ຕ້ອງກັງວົນເລື່ອງການຖືກຂ້າ.

ລາວຍັງກ່າວຕື່ມວ່າ ການທີ່ມີຄົນທຳຮ້າຍເຮົາ ຖ້າເປັນຢູ່ໃນຕ່າງປະເທດກົດໝາຍກໍຈະຄຸ້ມຄອງ ແຕ່ກົງກັນຂ້າມກັບກາຕາ ຖ້າຖືກທຳຮ້າຍແລ້ວໄປຫາຕຳຫຼວດ ພວກເຂົາອາດຕົກຢູ່ໃນອັນຕະລາຍຕື່ມອີກ.

ຜູ້ຍິງຄົນໜຶ່ງ ທີ່ບໍ່ເປີດເຜີຍນາມ ຍ້ອນອາດຈະມີຄວາມສ່ຽງຕໍ່ລາວເອງ ໄດ້ໃຫ້ສຳພາດວ່າ ແນວຄິດອະນຸລັກນິຍົມຂອງຄົນໃນປະເທດ ສ້າງຄວາມລຳບາກຕໍ່ການດຳລົງຊີິດຂອງລາວເຊັ່ນກັນ ເຊິ່ງຜູ້ຍິງບໍ່ສາມາດຕັດສິນໃຈໃນເລື່ອງໃຫຍ່ເຊັ່ນ ການຕັດສິນໃຈໃນເລື່ອງໃດໜຶ່ງທີ່ສຳຄັນໃນຊີວິດ ຕ້ອງໄດ້ຮັບໜັງສືອະນຸຍາດຈາກຜູ້ປົກຄອງທີ່ເປັນຜູ້ຊາຍຄື ພໍ່ ແຕ່ຖ້າພໍ່ເສຍຊີວິດກໍຈະເປັນລຸງ ອ້າຍຫຼືນ້ອງຊາຍ ແລະ ປູ່.

ຖ້າພວກເຂົາບໍ່ໄດ້ຮັບໜັງສືອະນຸຍາດ ກໍຈະບໍ່ສາມາດຕັດສິນໃຈໃນເລື່ອງຕ່າງໆໄດ້ເຊັ່ນ ການເຂົ້າຮຽນມະຫາໄລ ໄປສຶກສາຕ່າງແດນ ເດີນທາງ ແຕ່ງງານ ຫຼື ຢ່າຮ້າງ.

ພ້ອມນັ້ນ ຜູ້ຄົນຈາກທົ່ວໂລກທີ່ເດີນທາງມາກາຕາ ເພື່ອເຂົ້າຊົມງານກິລາຕ້ອງໄດ້ກັງວົນເລື່ອງກົດໝາຍ ທີ່ຈະສາມາດຄຸ້ມຄອງພວກເຂົາໄດ້ພໍບໍ່.

ຢ່າງໃດກໍຕາມ ທາງດ້ານເຈົ້າໜ້າທີ່ກາຕາໄດ້ອອກມາກ່າວວ່າ ສຽງວິພາກວິຈານທີ່ມີຕໍ່ກາຕາ ເກີດຈາກການໄດ້ຮັບຂໍ້ມູນທີ່ບໍ່ພຽງບໍ ແລະ ບໍ່ຖືກຕ້ອງ.

ນອກນີ້ ກາຕາກໍໄດ້ເນັ້ນຕື່ມວ່າ ການເປີດຮັບແຟນບານຈາກທົ່ວໂລກ ພວກເຂົາຄວນສະແດງຄວາມເຄົາລົບ ແລະ ຄຳນຶງເຖິງວັດທະນະທຳຂອງກາຕາດ້ວຍ.

ແຫຼ່ງຂ່າວຈາກ BBC, The New York Time

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...