Homeຂ່າວພາຍ​ໃນລັດຖະບານ ສ.ອາເມລິກາ ມອບອຸປະກອນຊ່ວຍເຫຼືອ ເພື່ອຍົກລະດັບການກວດຈັບຢາເສບຕິດ ແລະ ສິ່ງຜິດກົດໝາຍ ຢູ່ ສປປ ລາວ

ລັດຖະບານ ສ.ອາເມລິກາ ມອບອຸປະກອນຊ່ວຍເຫຼືອ ເພື່ອຍົກລະດັບການກວດຈັບຢາເສບຕິດ ແລະ ສິ່ງຜິດກົດໝາຍ ຢູ່ ສປປ ລາວ

Published on

ວັນທີ 15 ພະຈິກນີ້, ລັດຖະບານ ສ.ອາເມລິກາ ໄດ້ມອບອຸປະກອນກວດຈັບ ແລະ ພາຫະນະລາດຕະເວນ ໃຫ້ແກ່ກົມພາສີ ສປປ ລາວ ໃນພິທີມອບຮັບໂດຍ ທ່ານ ປີເຕີ ເຮມ໋ອນ Peter M. Haymond ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ແລະ ທ່ານ ພູຄຳ ວັນນະວົງໄຊ ຫົວໜ້າກົມພາສີ. 

ອຸປະກອນຊ່ວຍເຫຼືອ ລວມມີ ລົດກະບະ ຂັບເຄື່ອນ 4 ລໍ້ ຈຳນວນ 2 ຄັນ, ເຄື່ອງກວດຈັບສິ່ງຜິດກົດໝາຍ ຈຳນວນ 20 ເຄື່ອງ ທີ່ສາມາດວິເຄາະ ແລະ ໄຈ້ແຍກທາດເຄມີ, ເຄື່ອງກວດຈັບແບບວິດີໂອ ຈຳນວນ 2 ເຄື່ອງ ທີ່ສາມາດກວດກາຕາມຊ່ອງຫວ່າງທີ່ບໍ່ສາມາດເຂົ້າເຖິງໄດ້, ແລະ ແວ່ນ ຈຳນວນ 170 ອັນ ເພື່ອກວດກາຢູ່ ກ້ອງລົດ. ສ່ວນລົດກະບະດັ່ງກ່າວ ຈະຖືກນຳໃຊ້ໂດຍເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເພື່ອລາດຕະເວນຢູ່ເຂດຫ່າງໄກສອກຫຼີກ ແລະ ສະກັດກັ້ນອາດຊະຍາກຳ, ສ່ວນອຸປະກອນທີ່ຍັງເຫຼືອແມ່ນຈະນຳໄປແຈກຢາຍໃຫ້ເຈົ້າໜ້າທີ່ພາສີຢູ່ຈຸດດ່ານຊາຍແດນຕ່າງໆ ເພື່ອຍົກລະດັບການກວດຈັບຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆ.

“ອຸປະກອນຕ່າງໆ ແລະ ລົດກະບະ ທີ່ ສ.ອາເມລິກາ ມອບໃຫ້ໃນມື້ນີ້ ຈະສາມາດຊ່ວຍໃຫ້ເຈົ້າໜ້າທີ່ ພາສີລາວ ມີເຄື່ອງມື ທີ່ຖືກຕ້ອງເໝາະສົມ ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ດີ,” ກ່າວໂດຍ ທ່ານ ເອກອັກຄະລັດຖະທູດ ເຮມ໋ອນ. “ລົດກະບະ ຈະຊ່ວຍໃຫ້ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເຂົ້າເຖິງເຂດຫ່າງໄກສອກຫຼີກ ແລະ ສາມາດຕອບສະໜອງຕໍ່ເຫດການອາດຊະຍາກຳໄດ້ຢ່າງວ່ອງໄວ. ເຄື່ອງສະແກນຂ້າມແດນທີ່ທັນສະໄໝທີ່ ພວກເຮົາກຳລັງມອບໃຫ້ສາມາດຄົ້ນຍານພາຫະນະຫາໄດ້ຢ່າງສົມບູນພາຍໃນຫ້ານາທີ.

ເຄື່ອງມືເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າໜ້າທີ່ຢູ່ຈຸດດ່ານຊາຍແດນຍົກລະດັບປະສິດທິພາບ ແລະ ປະສິດທິຜົນ ພ້ອມເພີ່ມຄວາມເປັນໄປໄດ້ທີ່ເຂົາເຈົ້າຈະກວດພົບອາດຊະຍາກຳຂ້າມຊາດ. ພວກເຮົາໃຫ້ຄຸນຄ່າສາຍສຳພັນກັບກົມພາສີຂອງລາວ ແລະ ພູມໃຈທີ່ໄດ້ຊ່ວຍເຫຼືອ ສປປ ລາວ ໃນການກວດຈັບ ອາດຊະຍາກຳຂ້າມຊາຍແດນ.

ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ຢູ່ສະຖານທູດສະຫະລັດອາເມລິກາ ໄດ້ສະໜອງທຶນໃນການຈັດຊື້ ແລະ ມອບ ອຸປະກອນຕ່າງ ພ້ອມທັງ ພາຫະນະ ໃຫ້ແກ່ກົມພາສີ ຂອງລາວ. INL ໄດ້ເຮັດວຽກຢ່າງໃກ້ຊິດກັບອົງການປະຕິບັດກົດໝາຍຂອງລາວ ແລະ ຂະແໜງການຍຸຕິທໍາຕ່າງໆ ກ່ຽວກັບ ອາດຊະຍາກໍາຂ້າມຊາດ ແລະ ບັນຫາກ່ຽວຂ້ອງກັບຍຸຕິທໍາ ລວມມີ ການຄ້າມະນຸດ, ຢາເສບຕິດ, ແລະ ສັດປ່າ, ການຟອກເງິນ, ການລະເມີດສິດທິຊັບສິນທາງປັນຍາ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...