Homeຂ່າວຕ່າງປະເທດມຽນມາປ່ອຍນັກໂທດຊຸດໃຫຍ່ ລວມມີຄົນຕ່າງປະເທດ 4 ຄົນ

ມຽນມາປ່ອຍນັກໂທດຊຸດໃຫຍ່ ລວມມີຄົນຕ່າງປະເທດ 4 ຄົນ

Published on

ລັດຖະບານທະຫານມຽນມາປ່ອຍໂຕນັກໂທດຊຸດໃຫຍ່ອີກ 6.000 ຄົນ ໃນນັ້ນມີນັກໂທດທີ່ເປັນຄົນຕ່າງປະເທດ 4 ຄົນ ລວມມມີ ນັກວິຊາການສັນຊາດອົດສະຕຣາລີ ນັກເຮັດສາລະຄະດີຈາກຍີ່ປຸ່ນ ອະດີດເອກອັກຄະລະລະທູດອັງກິດ ແລະ ພົນລະເມືອງອາເມຣິກາ.

ວັນທີ 17 ພະຈິກ 2022 ສະຖານີໂທລະທັດແຫ່ງຊາດຂອງມຽນມາ ໄດ້ລາຍງານວ່າ ທ່ານ ມິນ ອ່ອງ ຫລ່າຍ ຜູ້ບັນຊາການທະຫານສູງສຸດ ນາຍົກລັດຖະມົນຕີມຽນມາ ໄດ້ການ​ອະ​ໄພ​ຍະ​ໂທດ​ໃຫ້ແກ່ນັກ​ໂທດເກືອບ 6.000 ຄົນເນື່ອງໃນໂອກາດວັນໄຊຊະນະແຫ່ງຊາດ.

ບັນດານັກໂທດທີ່ໄດ້ຮັບອິດສະຫຼະພາບໃນເທື່ອນີ້ ມີຄົນຕ່າງປະເທດ 4 ຄົນ ເຊິ່ງຈະຖືກເນລະເທດທັນທີ ໄດ້ແກ່ ທ້າວ ຊອນ ເທີເນວ ນັກວິຊາການສັນຊາດອົດສະຕຣາລີ, ທາ້ວ ໂທຣຸ ຄຸໂບຕະ ນັກເຮັດສາລະຄະດີຈາກຍີ່ປຸ່ນ, ນາງ ວິກກີ່ ໂບແມນ ອະດີດເອກອັກຄະລະລະທູດອັງກິດ ແລະ ພົນລະເມືອງອາເມຣິກາທີ່ຖືກສະຫງວນນາມ.

ທ້າວ ຊອນ ເທີເນວ ນັກວິຊາການສັນຊາດອົດສະຕຣາລີ ອາຍຸ 58 ປີ ເປັນຜູ້ໃຫ້ຄຳປຶກສາດ້ານເສດຖະກິດແກ່ລັດຖະບານຂອງ ອອງຊານ ຊູຈີ ແລະ ລາວໄດ້ຖືກຈັບກຸມ ໃນວັນທີ 1 ກຸມພາ 2021 ພາຍຫຼັງມື້ທີ່ລັດຖະປະຫານບໍ່ເທົ່າໃດມື້ ຖານລະເມີດກົດໝາຍຄົນເຂົ້າເມືອງ ແລະ ເຜີຍແຜ່ຄວາມລັບຂອງລັດ.

ທາ້ວ ໂທຣຸ ຄຸໂບຕະ ນັກເຮັດສາລະຄະດີຈາກຍີ່ປຸ່ນ ຖືກຈັບທີ່ເມືອງຢ່າງກຸ້ງ ວັນທີ 30 ກຸມພາ 2022 ລະຫວ່າງທີ່ໄດ້ຖ່າຍຂະບວນປະທ້ວງຂອງມວນຊົນ ທີ່ຕໍ່ຕ້ານລັດຖະບານ ໄດ້ຖືກຈັບຖານຮ່ວມກິດຈະກຳຜິດກົດໝາຍ ແລະ ລະເມີດກົດໝາຍຄົນເຂົ້າເມືອງ.

ນາງ ວິກກີ່ ໂບແມນ ອະດີດເອກອັກຄະລະລະທູດອັງກິດ ຖືກຈັບພ້ອມສາມີ ໃນເດືອນສິງຫາ 2022 ຖານລະເມີດກົດໝາຍຄົນເຂົ້າເມືອງ.

ແຫຼ່ງຂ່າວຈາກ SBS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...