Homeຂ່າວຕ່າງປະເທດລູນສອນໄຟຕົກທີ່ໂປແລນ ຄາດວ່າເປັນລູກສອນໄຟຂອງຣັດເຊຍ

ລູນສອນໄຟຕົກທີ່ໂປແລນ ຄາດວ່າເປັນລູກສອນໄຟຂອງຣັດເຊຍ

Published on

ທາງການໂປແລນໄດ້ອອກມາຢືນຢັນວ່າ ລູກສອນໄຟຣັດເຊຍ ໄດ້ຕົກທີ່ໂປແລນ ເຮັດໃຫ້ຄົນເສຍຊີວິດ 2 ຄົນ ທາງຕາເວັນອອກຂອງໂປແລນເຊິ່ງໃກ້ຊາຍແດນກັບຢູເຄຣນ ແລະ ທາງການໂປແລນໄດ້ເອີ້ນທູດຣັດເຊຍປະຈຳໂປແລນເຂົ້າພົບ ເພື່ອຂໍຄຳຊີ້ແຈງ ພາຍຫຼັງລັດຖະບານຣັດເຊຍໄດ້ປະຕິເສດວ່າບໍ່ກ່ຽວກັບເຫດການດັ່ງກ່າວ.

ວັນທີ 16 ພະຈິກ 2022 ກະຊວງການຕ່າງປະເທດໂປແລນລະບຸວ່າ: ລູກສອນໄຟຣັດເຊຍ ໄດ້ຕົກລົງມາທີ່ບ້ານເພັດໂວດາວ ທາງຕາເວັນອອກຂອງປະເທດໂປແລນ ເຊິ່ງຫ່າງຈາກຊາຍແດນຢູເຄຣນປະມານ 6 ກິໂລແມັດ ເວລາປະມານ 15.40 ຂອງວັນອັງຄານ ທີ 15 ພະຈິກທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ປັດຈຸບັນ ທາງນາໂຕ NATO ກຳລັງສອບສວນວ່າ ເປັນການໂຈມຕີທີ່ມາຈາກລູກສອນໄຟຣັດເຊຍ ທີ່ລະດົມໂຈມຕີຢູເຄນໃນມື້ດຽວກັນນີ້ ຫຼືບໍ່.

ບັນດາປະເທດສະມາຊິກນາໂຕ ຕ່າງໃຫ້ຄຳໝັ້ນໃນການໃຫ້ຄວາມຊ່ວຍເຫຼືອຕໍ່ໂປແລນ ຖ້າມີການໂຈມຕີຂອງຣັດເຊຍທີ່ອາດສ້າງຄວາມສ່ຽງໃຫ້.

ເຫດການໃນຄັ້ງນີ້ ເກີດຂຶ້ນຫຼັງຈາກຮັດເຊຍລະດົມການໂຈມຕີລູກສອນໄຟໃສ່ຫຼາຍເມືອງທົ່ວຢູເຄຣນ ໃນວັນອັງຄານທີ 15 ພະຈິກ ນັ້ນ ແລະ ມີລາຍງານການໂຈມຕີໃນເຂດເມືອງລວິຟ ທາງຕາເວັນຕົກຂອງຢູເຄຣນ ເຊິ່ງຫ່າງຈາກຊາຍແດນຢູເຄຣນ-ໂປແລນ ບໍ່ຮອດ 80 ກິໂລແມັດ.

ທັ້ງນີ້ ໂປແລນ ທີ່ເປັນສະມາຊິກຂອງນາໂຕ ກ່າວວ່າ ເຫດການໃນຄັ້ງນີ້ອາດເກີດດ້ວຍຄວາມບໍ່ຕັ້ງໃຈ ຫຼື ຕັ້ງໃຈກໍຕາມ ທີ່ເກີດມາຈາກການໂຈມຕີຂອງຣັດເຊຍ.

ແຫຼ່ງຂ່າວຈາກ ABC Aus News

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...