spot_img
Homeຂ່າວຕ່າງປະເທດຜູ້ນຳຈີນ-ສ.ອາເມລິກາ ກຳນົດທິດທາງການພົວພັນໃຫ້ຖືກຕ້ອງ

ຜູ້ນຳຈີນ-ສ.ອາເມລິກາ ກຳນົດທິດທາງການພົວພັນໃຫ້ຖືກຕ້ອງ

Published on

ວັນທີ 14 ພະຈິກນີ້ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ພົບປະກັບ ທ່ານ ໂຈ ໄບເດັນ ປະທານາທິບໍດີ ສ.ອາເມລິກາ ຢູ່ ບາຫລີ ປະເທດ ອິນໂດເນເຊຍ.

ການພົບປະ ໃນຄັ້ງນີ້ ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ ນັບແຕ່ມີການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ເປັນຕົ້ນມາ ຈີນ ແລະ ສ.ອາເມລິກາ ໄດ້ຜ່ານ ເຫດການ ສຳຄັນຕ່າງໆ ໃນໄລຍະເວລາ 50 ກ່ວາ ປີ, ມີທັງບັນລຸຜົນສຳເລັດ ແລະ ບໍ່ເອກະພາບກັນ, ມີທັງປະສົບການ ແລະ ບົດຮຽນ ແລະ ປະຫວັດສາດດັ່ງກ່າວ ຖືເປັນບົດຮຽນດີທີ່ສຸດ. ໃນຂະນະດຽວກັນ, ຜູ້ນຳຈີນຍັງໄດ້ຮຽກຮ້ອງ ໃຫ້ສອງຝ່າຍຖືເອົາປະຫວັດສາດເປັນແວ່ນແຍງ ເພື່ອນຳພາໃຫ້ສອງຝ່າຍ ກ້າວໄປສູ່ອະນາຄົດອັນແຈ່ມໃສ. ໃນຖານະທີ່ເປັນຜູ້ນຳ ຂອງ ສອງປະເທດມະຫາອຳນາດໃຫຍ່, ພວກເຮົາຕ້ອງໄດ້ສະແດງບົດບາດຜູ້ນຳ, ການຟື້ນຟູ ແລະ ກຳນົດທິດທາງໃນການພົວພັນ ໃຫ້ຖືກຕ້ອງ.

ທັ້ງນີ້ ທ່ານ ໂຈ ໄບເດນ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ກ່າວຕໍ່ສື່ມວນຊົນວ່າ ອາເມຣິກາ ແລະ ຈີນ ຈະບໍ່ມີສົງຄາມເຢັນຄັ້ງໃໝ່ນີ້ ແລະ ບໍ່ຄິດວ່າຈີນຈະພະຍາຍາມຮຸກຮານໄຕ້ຫວັນໃນໄວໆນີ້ແນ່ນອນ ພ້ອມທັງກ່າວຕື່ມອີກວ່າ ຄວາມຂັດແຍ່ງທີ່ເກີດຂຶ້ນຢູ່ໄຕ້ຫວັນຈະມີການແກ້ໄຂຢ່າງສັນຕິ.

ທຸກໆຊາດ ລວມທັງອາເມຣິກາ ແລະ ຈີນ ຄວນບໍລິຫານຈັດການຕາມກົດລະບຽບທີ່ຕົກລົງກັນ ລວມທັງເສລີພາບໃນການເດີນເຮືອ ການແຂ່ງຂັນທາງເສດຖະກິດທີ່ເປັນທຳ ໂດຍປາສະຈາກການຄຸກຄາມຂົ່ມຂູ່ ຫຼື ບີບບັງຄັບ ຫຼື ຮຸກຮານ.

ຜູ້ນຳຈີນຍັງກ່າວຕື່ມອີກວ່າ ປະຊາຄົມໂລກ ຕ່າງກໍມີຄວາມຫວັງວ່າ ຈີນ ແລະ ສ.ອາເມລິກາ ຈະແກ້ໄຂບັນຫາສາຍພົວພັນ ລະຫວ່າງ ສອງຝ່າຍ ຢ່າງເໝາະສົມ ແລະ ທັງສອງປະເທດ ຄວນຮ່ວມມືກັບທຸກປະເທດ ເພື່ອນຳເອົາຄວາມຫວັງມາສູ່ສັນຕິພາບໂລກໃຫ້ຫຼາຍກວ່າເກົ່າ, ສ້າງຄວາມເຊື່ອໝັ້ນຕໍ່ສະຖຽນລະພາບ ຂອງໂລກໃຫ້ດີຂຶ້ນກວ່າເກົ່າ, ແລະ ຊຸກຍູ້ ການພັດທະນາຮ່ວມກັນໃຫ້ຈະເລີນເຕີບໃຫຍ່ຂຶ້ນ.

ນອກນັ້ນ ຜູ້ນຳຈີນ ຍັງໄດ້ສະແດງ ຄວາມພ້ອມ ຂອງຕົນ ທີ່ຈະປຶກສາຫາລືກັບຜູ້ນຳອາເມລິກາຕໍ່ກັບບັນຫາທີ່ສຳຄັນຕໍ່ສາຍພົວພັນຂອງທັງສອງປະເທດ ກໍຄື ບັນຫາສຳຄັນຂອງໂລກ ແລະ ພາກພື້້ນໂດຍມີຈຸດປະສົງທີ່ຈະຮ່ວມມືກັບ ສ.ອາເມລິກາ ເພື່ອປັບປຸງສາຍພົວພັນຂອງທັງສອງ ໃຫ້ມຸ່ງໄປສູ່ເສັ້ນທາງແຫ່ງການຂະຫຍາຍໂຕທີ່ເຂັ້ມແຂງ ແລະ ມີສະຖຽນລະພາບ ເພື່ອຜົນປະໂຫຍດຂອງ ສອງປະເທດ ແລະ ຂອງໂລກ. ຜູ້ນຳທັງສອງຝ່າຍ ຍັງມີຄວາມເຫັນດີ ເອກະພາບກັນວ່າ ສອງປະເທດຈະເພີ່ມທະວີຮ່ວມມືກັນ ເພື່ອເຮັດໃຫ້ກອງປະຊຸມບັນດາປະເທດພາຄີ ຂອງ ສົນທິສັນຍາວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ອົງການສະຫະປະຊາຊາດ ຄັ້ງທີ 25 ປະສົບຜົນສຳເລັດ.

ສອງຝ່າຍ ໄດ້ເອກະພາບກັນວ່າ ຈະຈັດການປຶກສາຫາລື ແລະ ຮ່ວມມືກັນ ໃນຂົງເຂດ ສາທາລະນະສຸກ, ກະສິກຳ ແລະ ຄວາມໝັ້ນຄົງ ທາງອາຫານ, ການຈັດຕັ້ງ ໜ່ວຍງານ ຮ່ວມມືກັນ ລະຫວ່າງ ຈີນ-ສ.ອາເມລິກາ ເພື່ອສົ່ງເສີມ ການແກ້ໄຂ ບັນຫາອື່ນໆອີກ, ພ້ອມທັງ ຊຸກຍູ້ສົ່ງເສີມ ການໄປ-ມາຫາ ສູ່ກັນຂອງປະຊາຊົນ ສອງປະເທດ ໃນທຸກຂະແໜງການ.

ຜູ້ນຳຂອງທັງສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ວິກິດການໃນອູແກຣນ ໂດຍທີ່ປະທານປະເທດຈີນ ກ່າວວ່າ ຈີນ ມີຄວາມເປັນຫ່ວງທີ່ສຸດຕໍ່ສະຖານະການ ໃນປະຈຸບັນ ຂອງປະເທດອູແກຣນ ແລະ ຍາມໃດ ຈີນ ກໍຢູ່ຄຽງຂ້າງສັນຕິພາບ ແລະ ຈະສືບຕໍ່ ສົ່ງເສີມ ການເຈລະຈາ ສັນຕິພາບ ແລະ ສະໜັບສະໜູນ ແລະ ປາຖະໜາ ທີ່ຈະເຫັນການເຈລະຈາສັນຕິພາບລະຫວ່າງ ຣັດເຊຍ ແລະ ອູແກນ ເກີດຂຶ້ນ, ພ້ອມກັນນັ້ນ ຍັງເຊື່ອວ່າ ສ.ອາເມລິກາ, ນາໂຕ ແລະ ອີຢູ ຈະດຳເນີນ ການເຈລະຈາ ກັບ ຣັດເຊຍ.

ນອກນັ້ນ, ​ຜູ້ນຳທັງສອງຍັງໄດ້ຕີລາຄາວ່າ ການພົບປະໃນຄັ້ງນີ້ແມ່ນມີຄວາມໝາຍເລິກເຊິ່ງ, ກົງໄປກົງມາ ແລະ ສ້າງສັນ ພ້ອມກັນນັ້ນ ຍັງໄດ້ຊີ້ນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມກັນໃນຄັ້ງນີ້ ເພື່ອດຳເນີນມາດຕະການໃຫ້ເປັນຮູບປະທຳ ເພື່ອເຮັດໃຫ້ສາຍພົວພັນຮ່ວມມື ລະຫວ່າງສອງປະເທດກັບຄືນສູ່ເສັ້ນທາງແຫ່ງການ ພັດທະນາທີ່ມີສະຖຽນລະພາບ.

ແຫຼ່ງຂ່າວ ຂປລ ແລະ BBC

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...