Homeຂ່າວພາຍ​ໃນແຂວງອັດຕະປືມີການລັກລອບຂຸດຄົ້ນ ຊື້-ຂາຍ ແຮ່ທາດ

ແຂວງອັດຕະປືມີການລັກລອບຂຸດຄົ້ນ ຊື້-ຂາຍ ແຮ່ທາດ

Published on

ອີງຕາມການລາຍງານຂອງ ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ III ເມື່ອບໍ່ດົນນີ້ວ່າ: ແຂວງອັດຕະປື ຍັງເກີດມີກຸ່ມຄົນສວຍໂອກາດເຂົ້າມາລັກລອບຂຸດຄົ້ນ, ຊື້-ຂາຍແຮ່ທາດແບບຊະຊາຍ ຊຶ່ງໃນໄລຍະຜ່ານມາ ກໍໄດ້ອອກຄຳສັ່ງ ແລະ ແຕ່ງຕັ້ງຄະນະສະເພາະກິດເຄື່ອນໄຫວ ພ້ອມທັງກັກຕົວຜູ້ລະເມີດມາສຶກສາອົບຮົມ ແລະ ປັບໄໝຫລາຍຄັ້ງ, ທັງອອກແຈ້ງຫ້າມ ແລະ ວາງມາດຕະການຕໍ່ຜູ້ລະເມີດ.​

ການລັກລອບຂຸດຄົ້ນ, ຊື້-ຂາຍແຮ່ທາດແບບຊະຊາຍ ສ່ວນຫຼາຍແມ່ນຍ້ອນການມີສ່ວນຮ່ວມຂອງບ້ານ ແລະ ປະຊາຊົນເຂດດັ່ງກ່າວ ຍັງມີການລັກລອບໃນຈຸດລັກລອບຢູ່ເຂດລຽບຕາມຊາຍແດນລາວ-ຫວຽດນາມ,ເຂດຫ່າງໄກສອກຫລີກ ພູຜາສູງຊັນເສັ້ນທາງໄປມາຍາກ ໂດຍສະເພາະໄລຍະລະດູຝົນ ຈຶ່ງເຮັດໃຫ້ການກວດກາລາດຕະເວນຂອງເຈົ້າໜ້າທີ່ຂອງລັດ ເຄື່ອນໄຫວລາດຕະເວນສະກັດກັ້ນ ການລັກລອບພົບຄວາມຫຍຸ້ງຍາກ, ເວລາເຈົ້າໜ້າທີ່ໄປກວດກາກໍຢຸດເຊົາ, ແຕ່ເວລາເຈົ້າໜ້າທີ່ບໍ່ລົງກວດກາກໍກັບເຂົ້າໄປລັກລອບອີກ ຊຶ່ງບັນຫາດັ່ງກ່າ, ເຮັດໃຫ້ສິ້ນເປືອງງົບປະມານຂອງລັດຢ່າງຫຼວງຫຼາຍ.

ທ່ານ ວິທະຍາ ຍັງໃຫ້ຮູ້ຕື່ມວ່າ: ໄລຍະ 9 ເດືອນປີ 2022 ການຈັດຕັ້ງປະຕິບັດວຽກຄຸ້ມຄອງ ແລະ ພັດທະນາດ້ານທໍລະນີສາດ ແລະ ບໍ່ແຮ່ ພາຍໃນແຂວງອັດຕະປື ໄດ້ມີການຄຸ້ມຄອງຢ່າງເປັນລະບົບ ໂດຍສະເພາະບັນດາໂຄງການ ແລະ ກິດຈະການ ທີ່ໄດ້ເຄື່ອນໄຫວຊອກຄົ້ນ-ສໍາຫຼວດຄື: ໂຄງການຊອກຄົ້ນ-ສຳຫຼວດແຮ່ທາດພາຍໃນແຂວງທີ່ຂັ້ນສູນກາງອະນຸຍາດ ມີ 10 ບໍລິສັດ, ມີ 15 ກິດຈະການ, ໃນນີ້ຢູ່ໃນຂັ້ນຕອນຊອກຄົ້ນແຮ່ທາດ 2 ກິດຈະການ, ສຳຫຼວດແຮ່ທາດ 12 ກິດຈະການ ແລະ ຢູ່ໃນຂັ້ນຕອນບົດວິພາກເສດຖະກິດ-ເຕັກນິກ 1 ກິດຈະການ ໃນເນື້ອທີ່ທັງໝົດ 2.766 ກວ່າກິໂລຕາແມັດ; ໂຄງການສຶກສາ-ເກັບກຳຂໍ້ມູນ ແລະ ສຳຫຼວດທ່າແຮງແຫຼ່ງແຮ່ ທີ່ໄດ້ເຊັນ MOU ກັບອົງການປົກຄອງແຂວງ ມີ 2 ໂຄງການ; ໂຄງການສຶກສາ-ເກັບກຳຂໍ້ມູນ ແລະ ສຳຫຼວດທ່າແຮງແຫຼ່ງຫີນປາໂກດິດ ເມືອງພູວົງ ມີເນື້ອທີ່ 10 ກິໂລຕາແມັດ, ບໍລິສັດໄດ້ສຳເລັດຜ່ານບົດລາຍງານຜົນການສຳຫຼວດ ແລະ ໄດ້ສະເໜີເນື້ອທີ່ 4 ເຮັກຕາ ເພື່ອຂໍຂຸດຄົ້ນ, ສ່ວນເນື້ອທີ່ຍັງເຫຼືອ 996 ເຮັກຕາແມ່ນຮັກສາໄວ້ ເພື່ອສຳຫຼວດລະອຽດ, ສ່ວນບັນດາໂຄງການ ແລະ ກິດຈະການ ທີ່ໄດ້ເຄື່ອນໄຫວຂຸດຄົ້ນ ແລະ ປຸງແຕ່ງ ມີຄື: ຂັ້ນສູນກາງອອກອະນຸຍາດ 6 ບໍລິສັດ, ມີ 6 ກິດຈະການ, ແຮ່ທາດອອກອະນຸຍາດມີ: ແຮ່ຄຳ, ແຮ່ຊືນ-ແຮ່ເງິນ ແລະ ຫີນປາໂກໄດ, ຂັ້ນແຂວງອອກອະນຸຍາດ 6 ບໍລິສັດ 6 ກິດຈະການ,ແຮ່ທາດອະໂລຫະສຳລັບການກໍ່ສ້າງ, ຫີນຊາຍ, ຫີນຣີໂອລິດ, ຫີນດີໂອໄຣ ແລະ ຫີນບາຊານ, ຂັ້ນເມືອງອອກອະນຸຍາດມີ 14 ບໍລິສັດ, ມີ 14 ກິດຈະການ, ແຮ່ທາດທີ່ອອກອະນຸຍາດມີ: ດິນໜຽວຜະລິດດິນຈີ່ 11 ກິດຈະການ ແລະ ນ້ຳບາດານ 3 ກິດຈະການ.

ຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...