Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີ ຢຶດລົດເຄນເກົ່າ ຈຳນວນ 2 ຄັນ

ເຈົ້າໜ້າທີ່ພາສີ ຢຶດລົດເຄນເກົ່າ ຈຳນວນ 2 ຄັນ

Published on

ວັນທີ 6 ພະຈິກ 2022 ໃນເວລາ 13:00 ໂມງ ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ), ກົມພາສີ ກະຊວງການເງິນ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືຶອງດີວ່າ: ໄດ້ມີລົດເຄນເກົ່າໃຊ້ງານແລ້ວ ຈຳນວນ 2 ຄັນ, ໃສ່ລົດລາກ 22 ລໍ້ກຳລັງເຄື່ອນຍ້າຍມາແຕ່ແຂວງ ບໍ່ແກ້ວໄປສົ່ງຢູ່ແຂວງ ອຸດົມໄຊ.

ພາຍຫຼັງໄດ້ຮັບແຫຼ່ງຂ່າວ: ເຈົ້າໜ້າທີ່ພາສີປະຈຳຈຸດປະສານງານນາເຕີຍ, ກໍ່ໄດ້ຕິດຕາມ ແລະ ພົບເຫັນເປົ້າ ໜາຍຮອດເຂດບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ, ເຈົ້າໜ້າທີ່ພາສີ ພສປ, ຈຶ່ງໄດ້ຂໍອະນຸຍາດກວດກາເອກະສານ ແລະ ລົດຕົວຈິງຈຳນວນ 2 ຄັນ, ຜ່ານການກວດກາຕົວຈິງເຫັນມີແຕ່ເອກະສານຊື້-ຂາຍເປັນພາສາຈີນ, ສະບັບລົງວັນທີ 3 ພະຈິກ 2022 ຈຳນວນ 1 ສະບັບ ແລະ ເຫັນວ່າເປັນລົດບໍ່ທັນໄດ້ເສຍພາສີ-ອາກອນ.

ດັ່ງນັ້ນ, ຈຶ່ງເຊີນຄົນຂັບລົດ 22 ລໍ້ທັງ 2 ຄັນເຂົ້າໄປຫ້ອງການຈຸດປະສານງານນາເຕີຍ (ພສປ) ແລ້ວໄດ້ເອົາຄຳໃຫ້ການໃນເບື້ອງຕົ້ນພ້ອມທັງໄດ້ເຮັດບົດບັນທຶກຢຶດສິນຄ້າ, ເຄື່ອງຂອງ ແລະ ໄດ້ມອບສຳນວນຄະດີ ແລະ ຂອງກາງໃຫ້ພາສີ ປະຈຳແຂວງຫຼວງນ້ຳທາ, ເປັນຜູ້ດຳເນີນການສືບສວນ-ສອບສວນ ແລະ ແກ້ໄຂຄະດີທາງພາສີຕາມລະບຽບການ ແລະ ກົດໝາຍຂັ້ນຕອນຕໍ່ໄປ.

ແຫຼ່ງຂ່າວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...