Homeຂ່າວຕ່າງປະເທດເກີດເຫດ​ລົດ​ໄຟ​ໂດຍສານໃນກຸງໂຊລຂອງ​ເກົາຫຼີ​ໃຕ້​ໄດ້​ຕົກ​ລາງ

ເກີດເຫດ​ລົດ​ໄຟ​ໂດຍສານໃນກຸງໂຊລຂອງ​ເກົາຫຼີ​ໃຕ້​ໄດ້​ຕົກ​ລາງ

Published on

ລະທຶກ!! ເກີດເຫດ​ລົດ​ໄຟ​ໂດຍສານໃນກຸງໂຊລຂອງ​ເກົາຫຼີ​ໃຕ້​ໄດ້​ຕົກ​ລາງ, ​ເຮັດ​ໃຫ້​ມີ​ຜູ້​ໂດຍສານ​ເກືອບ 300 ​ຄົນ ໄດ້ຄົນ​ບາດ​ເຈັບ 30 ຄົນ ເຈົ້າໜ້າທີ່ເລັ່ງສືບສວນ.

ໃນວັນທີ 6 ພະຈິກ 2022 ຜ່ານມາ, ເວັບໄຊ້ຂ່າວ the Korea TRimes, Yonhap ລາຍງານວ່າ: ລົດໄຟມູກຸງຣວາ ເຊິ່ງດຳເນີນການໂດຍ Korail (Korea Railroad Corp) ຜູ້ໃຫ້ບໍລິການລົດໄຟຫຼັກຂອງເກົາຫຼີໃຕ້ ໄດ້ເກີດອຸບັດຕິເຫດຕົກລາງ ເມື່ອເວລາ 8:52 ໂມງ ຕາມເວລາທ້ອງຖິ່ນ ຈຶ່ງເຮັດຜູ້ໂດຍສານບາເຈັບ 30 ຄົນ.

ຕາມ​ການລາຍງານລະບຸວ່າ: ລົດໄຟຂະບວນດດັ່ງກ່າວມີທັງໝົດ 6 ຕູ້ ແລະ ເປັນຕູ້ໂດຍສານ 5 ຕູ້ ມີຜູ້ໂດຍສານ 275 ຄົນ, ໂດຍລົດໄຟໄດ້ອອກຈາກ Yongsan ໃນກຸງໂຊລ ເວລາ 8:15 ໂມງ ມຸ່ງໜ້າສູ່ Iksan ໃນ​ແຂວງ Jeolla ເຫນືອ​ທາງຕາເວັນຕົກສຽງໃຕ້ຂອງເກົາຫຼີໃຕ້ ເຊິ່ງຫ່າງຈາກນະຄອນຫຼວງປະມານ 180 ກິໂລແມັດ.

ເຫດການດັ່ງກ່າວແມ່ນເກີດຂຶ້ນໃນຂະນະທີ່ຂະບວນລົດໄຟກຳລັງເຄື່ອນຍ້າຍໄປສະຖານີ Yeongdeungpo ແຕ່ເກີດອຸບັດຕິເຫດ ຕົກລາງ ຈຶ່ງເຮັດໃຫ້ ການບໍລິການລົດໄຟໃນເສັ້ນທາງດັ່ງກ່າວເລື່ອນໃຫ້ຊ້າກວ່າ 1 ຊົ່ວໂມງ ສຳລັບເຫດການໃນຄັ້ງນີ້ເຈົ້າໜ້າທີ່ ແລະ ໜ່ວຍງານທີ່ກ່ຽວຂ້ອງຢູ່ລະຫວ່າງການດຳເນີນສືບສວນ.

ທີ່ມາ: the Korea TRimes, Yonhap

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...