Homeຂ່າວຕ່າງປະເທດອະດີດນາຍົກຂອງປາກິດສຖານຖືກຍິງໃນລະຫວ່າງຈັດປະທ້ວງ

ອະດີດນາຍົກຂອງປາກິດສຖານຖືກຍິງໃນລະຫວ່າງຈັດປະທ້ວງ

Published on

ອະດີດນາຍົກລັດຖະມົນຕີຂອງປະເທດປາກິດສຖານ ຖືກຍິງ ຂະນະທີ່ຈັດການຊຸມນຸມປະທ້ວງ ໃນເມືອງວາຊີລາບັດ.

ວັນທີ 3 ພະຈິກ 2022 ສຳນັກຂ່າວ CNBC ໄດ້ລາຍງານວ່າ: ທ່ານ ອິມຣານ ອະດີດນາຍົກລັດຖະມົນຕີຂອງປາກິດສຖານ ໄດ້ຖືກຍິງ ແລະ ຮັບບາດເຈັບທີ່ຂາຂອງລາວ ໃນລະຫວ່າງການຈັດການປະທ້ວງໃນເມືອງວາຊີລາບັດ ທາງພາກຕາເວັນອອກຂອງປະເທດ ໃນມື້ດຽວກັນນັ້ນ ມີປະຊາຊົນອີກ 4 ຄົນກໍໄດ້ຮັບບາດເຈັບຄືກັນ.

ໂດຍຜູ້ຊ່ວຍຄົນໜຶ່ງໄດ້ກ່າວວ່າ ອິມຣານ ຂ່ານ ໄດ້ຖືກຄົນພະຍາຍາມຈະຂ້າລາວ ແຕ່ຢ່າງໃດກໍຕາມ ຕຳຫຼວດປາກິດສຖານຍັງບໍ່ຢືນຢັນວ່າ ອິມຣານ ຂ່ານ ເປັນເປົ້າໝາຍຂອງການພະຍາຍາມຂ້າໃນເທື່ອນີ້.

ອິມຣານ ຂ່ານ ເປັນອະດີດນາຍົກລັດຖະມົນຕີຂອງປາກິດສຖານ ອາຍຸ 70​ປີ ລາວໄດ້ເປັນແກນນຳຂອງຂະບວນການປະທ້ວງເພື່ອຮຽກຮ້ອງໃຫ້ຍຸບສະພາ ເພື່ອຈັດການເລືອກຕັ້ງໃໝ່ ຫຼັງຈາກທີ່ລາວໄດ້ຖືກຖອນອອກຈາກຕຳແໜ່ງນາຍົກໃນວັນທີ 10 ເມສາ ທີ່ຜ່ານມານີ້ ແລ້ວໄດ້ກາຍເປັນນາຍົກຄົນທຳອິດທີ່ຖືກສະພາປາກິດສຖານບໍ່ໄວ້ວາງໃຈ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...