Homeຂ່າວພາຍ​ໃນນວ ຈະນໍາໃຊ້ລົດເມຮັບໃຊ້ມວນຊົນມາທ່ຽວງານບຸນພະທາດຫຼວງວຽງຈັນໂດຍບໍ່ເສຍຄ່າ

ນວ ຈະນໍາໃຊ້ລົດເມຮັບໃຊ້ມວນຊົນມາທ່ຽວງານບຸນພະທາດຫຼວງວຽງຈັນໂດຍບໍ່ເສຍຄ່າ

Published on

ໂດຍປະຕິບັດຕາມທິດຊີ້ນໍາຂອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ເຊື້ອເຊີນຂະແໜງການກ່ຽວຂ້ອງມາຮ່ວມກັນປຶກສາຫາລື ເພື່ອຄວາມເປັນການເອກະພາບການກໍານົດຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື: ສີໂຄດຕະບອງ ຈັນທະບູລີ ສີສັດຕະນາກ ໄຊເສດຖາ ແລະ ໄຊທານີ ເພື່ອໃຫ້ມວນຊົນຫັນມານໍາໃຊ້ລົດເມສາທາລະນະແບບບໍ່ເສຍຄ່າໃນໄລຍະງານບຸນດັ່ງກ່າວ ເລີ່ມແຕ່ເວລາ 18.00-23:30 ໂມງ ຂອງວັນທີ 4-8 ພະຈິກ 2022 ໂດຍມີ 10 ຖ້ຽວຕໍ່ວັນ ແລະ ຈະໃຫ້ບໍລິການທຸກໆ 25-30 ນາທີ ນອກຈາກເວລາທີ່ໄດ້ກໍານົດນີ້ ແມ່ນຈະໄດ້ເສຍຄ່າບໍລິການ.

ວັນທີ 3 ພະຈິກ 2022 ຈັດກອງປະຊຸມທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ທັງເປັນປະທານຄະນະຮັບຜິດຊອບຈັດງານບຸນ ແລະ ງານວາງສະແດງສິນຄ້າງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022 ມີທ່ານ ແກ້ວວັນພອນ ອອນທີວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າເມືອງ ແລະ ໜ່ວຍງານກ່ຽວຂ້ອງ 5 ຕົວເມືອງເຂົ້າຮ່ວມ.

ເພື່ອແກ້ໄຂການສັນຈອນແອອັດໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໂດຍລັດວິສາຫະກິດລົດເມ ນວ ໄດ້ມີສ່ວນຮ່ວມໃນແຜນການແກ້ໄຂ ເຊິ່ງນໍາໃຊ້ລົດເມສາທາລະນະ 25 ຄັນ ໃນນີ້ ມີລົດເມໄຟຟ້າ 10 ຄັນ ເພື່ອອໍານວຍຄວາມສະດວກໃນຈຸດຕ່າງໆຂອງ 5 ເມືອງ ດັ່ງນັ້ນ ຈຶ່ງໄດ້ເປີດກອງປະຊຸມຮ່ວມກັບພາກກ່ຽວຂ້ອງ ແລະ ອະນຸກໍາມະການກ່ຽວຂ້ອງຕ່າງໆ ຜ່ານການປະຊຸມ ໄດ້ເຫັນດີເປັນເອກະພາບຄື: ການກໍານົດຈຸດຮັບ-ສົ່ງມວນຊົນເຂດຮອບນອກຄື:

1.​ ເຂດເມືອງສີສັຕະນາກ ກໍານົດເຂດແຄມຂອງ ຂ້າງໂຮງໝໍມະໂຫສົດເບື້ອງທ່າ ທີ່ເປັນດິນເປົ່າຫວ່າງຂອງບໍລິສັດກິດຕິພົງ

2. ເມືອງຈັນທະບູລີ ໃຊ້ຮ່ວມກັນກັບ ເມືອງສີສັດຕະນາກ ກໍານົດຢູ່ຈຸດປະຕູໄຊ ແລະ ຕຶກກະຊວງຍຸຕິທໍາຫຼັງເກົ່າ

3. ເມືອງໄຊເສດຖາ ກໍານົດຢູ່ຫໍປະຊຸມແຫ່ງຊາດຫຼັກ 6 ໜ້າຫໍພິພິທະພັນໄກສອນພົມວິຫານ, ເຂດເສດຖະກິດບຶງທາດຫຼວງ ແລະ ຕະຫຼາດເກົ່າຫົວຂົວ

4. ເມືອງໄຊທານີ ກໍານົດເຂດມະຫາວິທະຍາໄລແຫ່ງຊາດ ວົງວຽນດອນໜູນ.

5. ເມືອງສີໂຄດຕະບອງ ໄດ້ກໍານົດເປັນຈຸດແລ່ນຜ່ານ ແຕ່ລະຈຸດຂຶ້ນລົດຈະມີໃຫ້ບໍລິການຝາກລົດຄື: ລົດຈັກລາຄາ 5.000 ກີບຕໍ່ຄັນ ແລະ ລົດໃຫຍ່ ລາຄາ 10.000 ກີບຕໍ່ຄັນ.

ສ່ວນຈຸດສົ່ງ-ຮັບມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້ ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ ມາແຕ່ເຂດເມືອງສີສັດຕະນາກ ຈອດຢູ່ຂ້າງໄຟແດງໂພນສະອາດ ແລະ ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ) ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ ດັ່ງນັ້ນ ຮຽກຮ້ອງມາຍັງມວນຊົນທີ່ມາທ່ຽວງານບຸນໃຫ້ມີສະຕິຮັກສາວັດຖຸສິ່ງຂອງຕົນເອງໃຫ້ດີ ພ້ອມກັນປະຕິບັດລະບຽບກົດໝາຍ ກໍຄືແຈ້ງການຕ່າງໆຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຖ້າບໍ່ເຂົ້າໃຈໃຫ້ສອບຖາມເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ ເພື່ອຈະໄດ້ຮັບການອໍານວຍຄວາມສະດວກ.

ແຫຼ່ງຂ່າວຈາກ Vientiane Mai

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...