spot_img
Homeຂ່າວຕ່າງປະເທດເຈົ້າສາວຊາວຊາອຸ ຖືກຖິ້ມກາງງານດອງ ຫລັງເຈົ້າບ່າວເປີດຜ້າຄຸມໜ້າຄັ້ງທຳອິດ!

ເຈົ້າສາວຊາວຊາອຸ ຖືກຖິ້ມກາງງານດອງ ຫລັງເຈົ້າບ່າວເປີດຜ້າຄຸມໜ້າຄັ້ງທຳອິດ!

Published on

87-a-saudi-couple-prepare-for-their-wedding-admiring-a-bridal-outfit

 

ເຈົ້າສາວຊາວຊາອຸ ຖືກຖິ້ມກາງງານດອງ ຫລັງເຈົ້າບ່າວຕົກຕະລຶງ ເມື່ອເຫັນໃບໜ້າຫລັງຜ້າຄຸມເປັນຄັ້ງທຳອິດ ພ້ອມ

ຂໍຢ່າຮ້າງທັນທີ ເຜີຍຜິດຫວັງບໍ່ເປັນດັ່ງທີ່ຄິດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກຜ່ານມານີ້ວ່າ ເຈົ້າສາວຊາວຊາອຸດີອາຣະເບຍ ເສຍໜ້າກາງງານ

ດອງ ໃນນະຄອນເມດິນະ ກາຍເປັນແມ່ຮ້າງແບບບໍ່ທັນຕັ້ງໂຕ ເມື່ອນາງ ແລະ ເຈົ້າບ່າວໄດ້ເຂົ້າພິທີແຕ່ງດອງກັນແບບ

ລະດັບງານຊ້າງ ໂດຍບໍ່ເຄີຍເຫັນໃບໜ້າໃບຕາຂອງກັນມາກ່ອນ ຫລັງຈາກທີ່ຍ່າງຄວງແຂນກັນເຂົ້າພິທີ ເຈົ້າບ່າວກໍໄດ້

ປົດຜ້າຄຸມໜ້າຂອງເຈົ້າສາວອອກ ເພື່ອເບິ່ງພັນລະຍາຂອງຕົນເອງເປັນຄັ້ງທຳອິດ, ແຕ່ທັນໃດນັ້ນ ເຈົ້າບ່າວກໍໄດ້ອອກ

ປາກວ່າ ບໍ່ເປັນດັ່ງທີ່ເຂົາຄິດ ພ້ອມບອກຂໍຢ່າຮ້າງໃນທັນທີ ເຮັດໃຫ້ເຈົ້າສາວເຖິງກັບເປັນລົມກາງງານ ແລະ ເມື່ອຮູ້ສຶກ

ຕົວຂຶ້ນມາກໍໄດ້ແຕ່ຮ້ອງໄຫ້ຢ່າງເສຍສະຕິ.

 

ຫລັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປ ກໍໄດ້ມີສຽງວິພາກວິຈານການກະທຳຂອງເຈົ້າບ່າວວ່າ ໄດ້ທຳລາຍຊີ

ວິດຜູ້ຍິງຄົນໜຶ່ງລົງຢ່າງໂຫດຮ້າຍ, ແຕ່ຢ່າງໃດກໍຕາມ ການແຕ່ງງານແບບບໍ່ເຄີຍເຫັນໜ້າກັນມາກ່ອນນີ້ ໄດ້ເກີດຂຶ້ນ

ຢູ່ເລື້ອຍໆໃນປະເທດແຖບຕາເວັນອອກກາງ ເຊິ່ງເຈົ້າບ່າວ ແລະ ເຈົ້າສາວມັກຈະຖືກນຳມາແຕ່ງດອງກັນ ຕາມຄວາມ

ເໝາະສົມຂອງຄອບຄົວ ໂດຍທີ່ພວກເຂົາບໍ່ເຄີຍຮູ້ຈັກກັນມາກ່ອນ.

 

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...