Homeຂ່າວພາຍ​ໃນກວດກາລາຄາ-ສິນຄ້າໝົດອາຍຸ

ກວດກາລາຄາ-ສິນຄ້າໝົດອາຍຸ

Published on

ໃນວັນທີ 1 ພະຈິກ 2022 ນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສະຫະກຳ ແລະ ການຄ້າແຂວງອຸດົມໄຊ ນຳໂດຍທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບພະນັກງານຄຸ້ມຄອງຕະຫຼາດ ໜອງແມງດາ ແລະ ຕະຫຼາດວັງໄຮ ເຂົ້າຮ່ວມນຳ.

ການລົງເຄື່ອນໄຫວກວດກາສິນຄ້າຂອງເຈົ້າໜ້າທີ່ຄັ້ງນີ້ ກໍ່ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້, ທ່ານນາງ ໄມພອນ ສີລິວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ໃຫ້ສຳພາດວ່າ: ການລົງຄັ້ງນີ້ກໍ່ເພື່ອເກັບກຳຂໍ້ມູນສິນຄ້າທີ່ມີລາຄາແພງ ເພື່ອນຳເຂົ້າປຶກສາຫາລືຊອກຫາວີທີການແກ້ໄຂໃນຕໍ່ໜ້າ.

ນອກຈາກການລົງກວດກາລາຄາສິນຄ້າແລ້ວ ເຈົ້າໜ້າທີ່ກວດກາຍັງໄດ້ກວດກາເບິ່ງສິນຄ້ານຳເຂົ້າທີ່ບໍຖືກຕ້ອງ, ສິນຄ້າໝົດອາຍຸ, ເພື່ອບໍ່ໃຫ້ບັນດາພໍ່່ຄ້າ, ແມ່ຄ້າ ເອົາປຽບຜູ້ບໍລິໂພກ ດ້ວຍການນຳເອົາສິນຄ້າໝົດອາຍຸມາວາງຂາຍໃນທ້ອງຕະຫຼາດໃຫ້ກັບຜູ້ບໍລິໂພກ.

ການລົງກວດກາຂອງເຈົ້າໜ້າທີ່ຄັ້ງນີ້ ແມ່ນໄດ້ ລົງກວດກາຢູ່ສອງຕະຫຼາດເທດສະບານແຂວງ ຄື ຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ຈຳນວນ ທັງໝົດ 9 ຮ້ານ ສາມາດກວດພົບ ພ້ອມທັງຍຶດປະເພດອາຫານແຊ່ແຂງ ທີ່ໝົດອາຍຸ ຫຼາຍລາຍການຄື: ຮ໋ອດດອກ ຈຳນວນ 120 ຖົງ ສີນສ່ວນຊີ້ນໄກ່ ຈຳນວນ 28 ຖົງ, ເຄື່ອງໃນໄກ່ຈຳນວນ 25 ຖົງ, ຕີນໄກ່ ຈໍານວນ 1 ກິໂລ, ຕີນໝູ ຈໍານວນ 10,4 ກິໂລ, ຊີ້ນໝູຈຳນວນ 4 ຖົງ, ຊີ້ນສົມ ຈໍານວນ 18 ຖົງ, ລວມມູນຄ່າທັງໝົດ 7,371,000 ກີບ ເຊິ່ງອາຫານຈຳນວນດັ່ງກ່າວແມ່ນຈະໄດ້ນຳໄປທຳລາຍຖິມ. ສຳລັບວິທີການແກ້ໄຂໃນຕໍ່ໜ້າ ແມ່ນຈະໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂໃຫ້ຖືກຕ້ອງ, ເໝາະສົມ ແລະ ຕ່າງມີຜົນປະໂຫຍດທັງສອງຝ່າຍ ຊຸກຍູ້ສົ່ງເສີມໃຫ້ມີການຜະລິດພາຍໃນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນພຶດພັກ, ໄຂ່, ປາ ແລະ ອາຫານປະເພດອື່ນໆຕາມກໍາລັງ ແລະ ທ່າແຮງທີ່ເຮົາມີ ເພື່ອລຸດຜ່ອນການນຳເຂົ້າທີ່ມີຕົ້ນທຶນສູງ.

ນອກຈາກນີ້ ເຈົ້າໜ້າທີ່ກວດກາການຄ້າ ຍັງໄດ້ກວດບັນດາຕາຊີງຂອງແມ່ຄ້າໃນທ້ອງຕະຫຼາດ, ກວດກາບັນດາສິນຄ້າທີ່ນິຍົມບໍລິໂພກເຊັ່ນ ໄຂ່ໄກ່, ໝີ່, ຜັກບົ່ວ, ຜັກຫອມ, ເຂົ້າສານ, ແລະ ອື່ນໆ. ທັງນີ້ ກໍ່ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດບໍ່ໃຫ້ສູງເກີນໄປ ແລະ ທັງເປັນການເກັບກຳຂໍ້ມູນເພື່ອນຳໄປປຶກສາຫາລືກັບຂະ ແໜງການທີ່ກ່ຽວຂ້ອງ ເພື່ອຊອກໃຫ້ໄດ້ວິທີການແກ້ໄຂ ສະເພາະໜ້າ ແລະ ຍາວນານຕື່ມອີກ.

ທີ່ມາ:MediaLAOS

ບົດຄວາມຫຼ້າສຸດ

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...