Homeຂ່າວພາຍ​ໃນປກສ ເມືອງບາຈຽງຈະເລີນສຸກ ຈັບຜູ້ຂາຍຢາເສບຕິດລາຍໃຫຍ່

ປກສ ເມືອງບາຈຽງຈະເລີນສຸກ ຈັບຜູ້ຂາຍຢາເສບຕິດລາຍໃຫຍ່

Published on

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 17 ຕຸລາ 2022 ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານ ມີຄົນເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ບ້ານຫຼັກ 21 ເມືອງບາຈຽງ, ເຈົ້າໜ້າທີ່ວິຊາສະເພາະຈິ່ງໄດ້ເຂົ້າກັບຕົວເປົ້າໝາຍຊື່ ທ້າວໄຊສົມພອນ (ແຫຼ້) ອາຍຸ 29 ປີ ກຳມະກອນ ບ້ານຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ພ້ອມຂອງກາງຢາບ້າ 78.000 ເມັດ, ໂທລະສັບ 01 ໜ່ວຍ, ເງິນກີບ 3.700.000 ກີບ ມາດສອບສວນ.

ທ້າວ ໄຊສົມພອນ ( ແຫຼ້ ) ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້ ເຊິ່ງໄດ້ເຄື່ອນໄຫວຄ້າ-ຂາຍ ແລະ ເສບຢາເສບຕິດ ມາແຕ່ປີ 2018 ໂດຍໄດ້ຊື້ນຳຜູ້ຊາຍຄົນ 01 ຢູ່ບ້ານດຽວກັນຄັ້ງລະປະມານ 150 ເມັດ ເຊິ່ງຜູ້ກ່ຽວໄດ້ແບ່ງໄວ້ເສບເອງ ແລະ ເອົາໄປຂາຍໃຫ້ຜູ້ຊາຍຄົນໜຶ່ງຢູ່ເຂດບ້ານໜອງກອກ ເມືອງບາຈຽງຈະເລີນສຸກ ຄັ້ງລະປະມານ 100 ເມັດ, ມາຮອດທີ 08 ຕຸລາ 2022 ຜູ້ກ່ຽວໄດ້ຕິດຕໍ່ກັບຜູ້ຊາຍຄົນໜຶ່ງຢູ່ບ້ານ ຫ້ວຍປູນ ນະຄອນປາກເຊ ໂດຍພວກກ່ຽວໄດ້ຕົກລົງກັນວ່າຈະຮັບຢາບ້າມາຂາຍ. ຫຼັງຈາກນັ້ນ, ຜູ້ຊາຍຄົນດັ່ງກ່າວກໍ່ໄດ້ເອົາຢາບ້າມາສົ່ງໃຫ້ຜູ້ກ່ຽວຢູ່ບ້ານຫຼັກ 21 ຈຳນວນ 13 ແພັກ ເທົ່າກັບ 39 ມັດ ເທົ່າກັບ 78.000 ເມັດ ຈາກນັ້ນ, ຜູ້ກ່ຽວກໍ່ໄດ້ເອົາຢາບ້າໄປເຊື່ອງໄວ້ຢູ່ເຮືອນພີ່ນ້ອງຢູ່ບ້ານຫຼັກ 21 ເພື່ອລໍຖ້າຂາຍ, ຕົກມາຮອດທີ 18 ຕຸລາ 2022 ທ້າວໄຊສົມພອນຈິ່ງຖືກເຈົ້າໜ້າທີ່ ປກສ ເມືອງບາຈຽງຈະເລີນສຸກກັກຕົວ ແລະ ໄດ້ກວດຄົ້ນເຮືອນພີ່ນ້ອງຂອງຜູ້ກ່ຽວ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າຈຳນວນ 39 ມັດ ເທົ່າກັບ 78.000 ເມັດ ພ້ອມດ້ວຍເຄື່ອງຂອງຕິດຕົວອີກຈຳນວນໜຶ່ງມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍບ້ານເມືອງ.

ທ້າວ ໄຊສົມພອນ ຍັງໃຫ້ການອີກວ່າ ໃນປີ 2019 ຜູ້ກ່ຽວ ໄດ້ຖືກເຈົ້າໜ້າທີ່ ປກສ ນະຄອນປາກເຊ ກັກຕົວດັດສ້າງ 01 ອາທິດ ໃນຂໍ້ຫາມົ້ວສຸມເສບຢາເສບຕິດ.

ແຫຼ່ງຂ່າວຈາກ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...