spot_img
Homeຂ່າວກິລາການແຂ່ງຂັນກິລາ ບານສົ່ງໃນຮົ່ມ ທົ່ວປະເທດ ຊີງຂັນປະທານ ສບສ ຄັ້ງທີ 4

ການແຂ່ງຂັນກິລາ ບານສົ່ງໃນຮົ່ມ ທົ່ວປະເທດ ຊີງຂັນປະທານ ສບສ ຄັ້ງທີ 4

Published on

ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ ຄັ້ງທີ 4 ປະຈຳປີ 2022 ພາຍຫຼັງທີ່ໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 29 ຕຸລາ ຜ່ານມາ ທີ່ສະໜາມກິລາໃນຮົ່ມ ກະຊວງປ້ອງກັນປະເທດ ຫຼື ກອງທັບ (ຫຼັກ5) ເພື່ອເປັນການທົດສອບທີມ ແລະ ຄະນະກຳມະການຕັດສິນ ກຽມຮອງຮັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃຫ້ການສະໜັບສະໜູນຫຼັກໂດຍບໍລິສັດ ເບຍລາວ ຈຳກັດ ຈຳນວນ 231 ລ້ານກີບ.

ພິທີເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ທົ່ວປະເທດ ຊີງຂັນປະທານ ສບສ ຄັ້ງທີ 4 ປະຈຳປີ 2022 ໄດ້ມີຂຶ້ນ ເມື່ອວັນທີ 31 ຕຸລາ ຜ່ານມາ ທີ່ສະໜາມກິລາໃນຮົ່ມ ກອງທັບ (ຫຼັກ5), ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງເປັນຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ ແລະ ທ່ານ ສີຈັນ ຈິດຕະປັນຍາ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຕາງໜ້າຄະນະກຳມະການໂອແລມປິກແຫ່ງຊາດລາວ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ບັນດາພາກສ່ວນທຸລະກິດໃຫ້ການສະໜັບສະໜູນ ຕະຫຼອດຄະນະນຳ, ຄູຝຶກ, ນັກກິລາ ແລະ ກອງເຊຍເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ໂອກາດນີ້, ທ່ານ ສຸລິຍາ ແກ້ວພິລາວົງ ກ່າວໃຫ້ຮູ້ວ່າ: ການແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ທົ່ວປະເທດ ຊີງຂັນປະທານ ສບສ ຄັ້ງທີ 4 ປະຈຳປີ 2022 ປີນີ້ ຈັດຂຶ້ນ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ແລະ ເປັນການທົດສອບທີມ ແລະ ຄະນກຳມະການຕັດສິນ ກຽມຮອງຮັບມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ພ້ອມກັນນັ້ນ, ກໍຍັງເປັນການທົດສອບຄວາມສາມາດຂອງນັກກິລາ ເພື່ອເລືອກເຟັ້ນນັກກິລາຜູ້ມີພອນສະຫວັນດີເດັ່ນກຽມຮັບໃຊ້ທີມຊາດເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ໃນຕໍ່ໜ້າ ລາຍການດັ່ງກ່າວມີ 16 ທີມເຂົ້າຮ່ວມ, ໃນນັ້ນ ປະເພດທີມຊາຍ ມີ 10 ສະໂມສອນ ແລະ ທີມຍິງມີ 6 ສະໂມສອນ ທັງສອງລາຍການດັ່ງກ່າວ ຈັດແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສະເພາະທີມຊາຍ ສາຍ ກ ປະກອບມີ ຮອງແຊ໋ມເກົ່າ ລາວສະກາຍເວ, ແຂວງບໍ່ແກ້ວ, ວິທະຍາໄລພະລະສຶກສາ, ກຣຸບ-ອັບ ວີຊີ, ສະໂມສອນ ວຽງຈັນ; ສາຍ ຂ ປະກອບມີ ກະຊວງປ້ອງກັນປະເທດ ແຊ໋ມເກົ່າ, ນະຄອນຫຼວງວຽງຈັນ, ອອດດີ້ ສະປອດ, ເລັບ ເຟັດທູຣີ ແລະ ບີແກນ ສະປອດ. ຂະນະທີ່ ທີມຍິງ ສາຍ ກ ປະກອບມີ ນະຄອນຫຼວງວຽງຈັນ, ມາດເຕີ ເຊເວັ້ນ ແລະ ສະໂມສອນ ວຽງຈັນ; ສາຍ ຂ ປະກອບມີ ກະຊວງປ້ອງກັນປະເທດ ແຊ໋ມເກົ່າ, ກົມໃຫຍ່ການເມືອງກອງທັບ ແລະ ດີເວີເກີນ.

ສ່ວນລາງວັນຊະນະເລີດ ທັງຍິງ-ຊາຍ ຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 12 ລ້ານກີບ, ຮອງຊະນະເລີດ ໄດ້ຮັບເງິນສົດ 9 ລ້ານກີບ, ອັນດັບທີ 3 ໄດ້ຮັບເງິນສົດ 6 ລ້ານກີບ ແລະ ອັນດັບທີ ໄດ້ຮັບເງິນສົດ 4 ລ້ານກີບ ຂະນະທີ່ທີມກິລາບານສົ່ງຈາກຕ່າງແຂວງ ໄດ້ຮັບເງິນອຸດໜູນທີມລະ 3 ລ້ານກີບ.

ລາຍການນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ເບຍລາວ ຈຳກັດ ຈຳນວນ 231 ລ້ານກີບ, ບໍລິສັດ ລາວມິລາໂຄ ຈຳກັດ ຊຸກຍູ້ 20 ລ້ານກີບ, ລັດວິສາຫະກິດ ລາວສະກາຍເວ ຊຸກຍູ້ 5 ລ້ານກີບ ແລະ ທ່ານ ຮສ.ປອ ຄຳຜາດ ສຸຣິນພູມີ ອະດີດນັກກິລາບານສົ່ງທີມຊາດລາວ 1 ລ້ານກີບ. ນອກຈາກນັ້ນ, ກໍຍັງມີບໍລິສັດ ອິນດີ້ ຈຳກັດ, ບໍລິສັດ ເອັດພີພີ ຈຳກັດ ແລະ ບໍລິສັດ ເຄພີວາຍ (KPY) ສະໜັບສະໜູນເປັນວັດຖຸບໍລິສັດລະຫຼາຍກວ່າ 10 ລ້ານກີບ.
ຂ່າວໂດຍ: ໜັງສືພິມສຶກສາ-ກິລາລາຍວັນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...