spot_img
Homeຂ່າວຕ່າງປະເທດຈີນສັ່ງລັອກດາວ ດິສນີແລນ ຫ້າມໃຫ້ຄົນອອກຈາກສວນສະໜຸກພາຍຫຼັງກວດພົບຄົນຕິດໂຄວິດ

ຈີນສັ່ງລັອກດາວ ດິສນີແລນ ຫ້າມໃຫ້ຄົນອອກຈາກສວນສະໜຸກພາຍຫຼັງກວດພົບຄົນຕິດໂຄວິດ

Published on

ນັກທ່ອງທ່ຽວ ໄດ້ຖືກກັກໂຕພາຍໃນ ດິສນີແລນ ທີ່ເປັນຜົນມາຈາກມາດຕະການ “ໂຄວິດເປັນສູນ” ຂອງຈີນ ເຊິ່ງຄົນທີ່ຢູ່ພາຍໃນນັ້ນຈະຖືກປ່ອຍກໍຕໍ່ເມື່ອຜົນກວດໂຄວິດຕິດລົບ.

ວັນທີ 31 ຕຸລາ 2022 ທີ່ ສວນສະໜຸກ ຊຽງໄຮ້ ດິສນີແລນ ໄດ້ຖືກສັ່ງປິດຢ່າງກະທັນຫັນໃນເວລາ 11.39 ໂມງ ຕາມເວລາທ້ອງຖິ່ນ ເພື່ອໃຫ້ເປັນໄປຕາມມາດຕະການຄວບຄຸມການລະບາດຂອງໂຄວິດ-19 ແລະ ຍັງບໍ່ມີແຈ້ງການໃຫ້ເປີດ.

ຜົນຈາກຄຳສັ່ງດັ່ງກ່າວ ເຮັດໃຫ້ມີຄົນຈຳນວນຫຼາຍທີ່ຢູ່ພາຍໃນ ໄດ້ພະຍາຍາມໜີອອກມາ ແຕ່ປະຕູກໍ່ຖືກລັອກໄວ້ຮຽບຮ້ອຍ.

ເຫດການໃນເທື່ອນີ້ເກີດຂຶ້ນຍ້ອນ ຊຽງໄຮ້ມີການລາຍງານຜູ້ຕິດເຊື້ອໂຄວິດ-19 ຈຳນວນ 10 ກໍລະນີ ໃນວັນທີ 29 ຕຸລາ ແລະ ຜູ້ທີ່ເດີນທາງເຂົ້າມາຕັ້ງແຕ່ວັນທີ 27 ຕຸລາ ກໍຖືກສັ່ງໃຫ້ກວດໂຄວິດ.

ແຫຼ່ງຂ່າວຈາກ The Guardian

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...