Homeຂ່າວຕ່າງປະເທດຮ່ວມສະແດງຄວາມເສຍໃຈກັບການຈາກໄປຂອງ ລີ ຈີຮັນ ນັກສະແດງເກົາຫຼີໃຕ້ ເປັນໜຶ່ງໃນຜູ້ເສຍຊີວິດຂອງເຫດການອີແທວອນ

ຮ່ວມສະແດງຄວາມເສຍໃຈກັບການຈາກໄປຂອງ ລີ ຈີຮັນ ນັກສະແດງເກົາຫຼີໃຕ້ ເປັນໜຶ່ງໃນຜູ້ເສຍຊີວິດຂອງເຫດການອີແທວອນ

Published on

ບັນດາແຟນຄລັບຮ່ວມສະແດງຄວາມເສຍໃຈກັບການເສຍຊີວິດຂອງ ລີ ຈີຮັນ ທີ່ເປັນນັກສະແດງ ແລະ ນັກຮ້ອງຂອງເກົາຫຼີໃຕ້ ໄດ້ເສຍຊີວິດໃນເຫດການຢຽບກັນເສຍຊີວິດໃນ ອີແທວອນ ປະເທດເກົາຫຼີໃຕ້.

ແຟນຄລັບຕ່າງພາກັນຕົກໃຈກັບເຫດການສຸກສະຫຼົດໃນຄັ້ງນີ້ ທີ່ນັກສະແດງ “ລີ ຈີຮັນ”  ລາວໄດ້ເປັນໜຶ່ງຂອງຜູ້ເສຍຊີວິດຂອງເຫດການ ວັນຮາໂລວີນໃນອີແທວອນ ວັນທີ 29 ຕຸລາ “ລີ ຈີຮັນ”  (Lee Ji Han) ນັກສະແດງ ອາຍຸ 24 ປີ ສັງກັດຢູ່ 935 ເອນເຕີເທນເມັ້ນ ແລະ ອະດີດຂອງຜູ້ເຂົ້າແຂ່ງຂັນ Produce101 ທີ່ເປັນລາຍການແຂ່ງຂັນເອົານັກຮ້ອງສື່ດັງຂອງເກົາຫຼີໃຕ້ ໂດຍທາງຄອບຄົວໄດ້ຢືນຢັນວ່າ ລີ ຈີຮັນ ໄດ້ເສຍຊີວິດຈາກເຫດອີແທວອນ.

ເຊິ່ງໃນງານກ່ອນທີ່ຈະມີຄົນແຕກຕື່ນນັ້ນ ເກີດມາຈາກໄຟໄໝ້ຮ້ານອາຫານແຖວນັ້ນ ເຮັດໃຫ້ຜູ້ຄົນທີ່ອັດແໜ້ນໄດ້ຕື່ນຕົກໃຈ ແລ້ວບຽດກັນເພື່ອໜີເອົາຊີວິດລອດ ແຕ່ເຫດການທີ່ບໍ່ຄາດຝັນກໍເກີດຂຶ້ນ ເນື່ອງຈາກມີຄົນລົ້ມເຮັດໃຫ້ຫຼາຍໆຄົນກໍລົ້ມທັບກັນຈົນຄາດອາກາດຫາຍໃຈ ແລ້ວເສຍຊີວິດຕາມມາ.

ຈາກເຫດການໃນຄັ້ງນີ້ ຕ້ອງເຮັດໃຫ້ຫຼາຍໆຄົນທົ່ວໂລກຕ່າງພາກັນເສຍໃຈ ເພາະເປັນມື້ທີ່ສະຫຼອງວັນຮາໂລວີນ ແທນທີ່ຈະເປັນມື້ທີ່ຜູ້ຄົນພາກັນມ່ວນຊື່ນ ແຕ່ກັບເກີດເຫດເສົ້າສະຫຼົດ ຜູ້ຄົນນັບຮ້ອຍໄດ້ເສຍຊີວິດໃນສະຖານທີ່ນັ້ນ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...